09/12/2024
ໜ່ວຍພັກ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ ຂຶ້ນໃນຕອນບ່າຍຂອງວັນທີ 04 ທັນວາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມຊັ້ນ 01, ສະຖານີດາວທຽມພາກພື້ນດິນ. ໂດຍການເປັນປະທານຂອງ ສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີບັນດາສະຫາຍຕາງໜ້າຈາກໜ່ວຍພັກ ກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມຄື້ນຄວາມຖີ່ວິທະຍຸສື່ສານ, ໜ່ວຍພັກ ອົງການດັດສົມໂທລະຄົມ, ຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ສະມາຊິກພັກພາຍໃນໜ່ວຍພັກບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ເຂົ້າຮ່ວມ ກວ່າ 20 ສະຫາຍ.
ໃນພິທີ, ສະຫາຍ ສີສັນ ປອງນະທີ ເລຂາໜ່ວຍພັກບໍລິສັດດາວທຽມລາວ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍ ການອະນຸມັດໃຫ້ເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຈໍານວນ 06 ສະຫາຍ ຍິງ 03 ສະຫາຍ. ຊຶ່ງບັນດາສະຫາຍສະມາຊິກພັກສໍາຮອງໃໝ່ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຫ້າວຫັນໃນການປະກອບສ່ວນທຸ້ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານວິຊາສະເພາະ ຕະຫຼອດຮອດວຽກງານທີ່ອົງການຈັດຕັ້ງມະຫາຊົນ ກໍຄື ການຈັດຕັ້ງແຕ່ລະຂັ້ນມອບໝາຍໃຫ້ ແລະ ຜ່ານການຕິດຕາມກໍ່ສ້າງຕາມລະບຽບຂອງພັກວາງອອກ. ພ້ອມນັ້ນ, ສະຫາຍ ສີສັນ ປອງນະທີ ໄດ້ຂຶ້ນມອບມະຕິຕົກລົງດັ່ງກ່າວ ໃຫ້ແກ່ສະມາຊິກພັກສໍາຮອງໃໝ່.
ຕອນທ້າຍ, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ ໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ ສະຫາຍສະມາຊິກພັກສໍາຮອງໃໝ່ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເຊື່ອມຊຶມ, ຜັນຂະຫຍາຍ ມະຕິ, ຄໍາສັ່ງ ແລະ ລະບຽບຂອງພັກໃຫ້ລະອຽດ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ສອດຄ່ອງ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຫຼັງ, ເປັນກໍາລັງແຮງໜຶ່ງໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຫລັງຈາກນັ້ນ ຕາງຫນ້າຈາກສາມາຊິກພັກສໍາຮອງໃໝ່ ກໍໄດ້ຂື້ນຮັບຄໍາໂອວາດ ແລະ ປະຕິຍານຕົນວ່າຈະບຸກບືນ ແລະ ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສາມາຊິກພັກສົມບຸນ ແລະ ອອກແຮງ ປະກອບສ່ວນໃນການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ, ເຮັດຫລ້ອນຫນ້າທີ່ວິຊາສະເພາະ ຕາມຄວາມຮັບຜິດຊອບ ແລະ ການມອບຫມາຍ ຂອງຄະນະພັກຂັ້ນຕົນ ກໍຄືຄະນະພັກຂັ້ນເທີງວາງອອກ.
ພາບ ແລະ ຂ່າວ: ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ.