ຄະນະ​ຜູ້​ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ​ກອງປະຊຸມ ICPA 2024 ທີ່ຂອນແກ່ນ, ຣາຊະອານາຈັນໄທ

16/12/2024

ຄະນະ​ຜູ້​ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ​ກອງປະຊຸມ ICPA 2024 ທີ່ຂອນແກ່ນ, ຣາຊະອານາຈັນໄທ

ໃນລະຫວ່າງ ວັນທີ 11-14 ທັນວາ 2024 ທີ່ຜ່ານມາ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງນໍາໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ  ຈໍານວນ 05 ທ່ານ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍການຄຸ້ມຄອງກິດຈະການສາທາລະນະ ປະຈຳປີ 2024 (INTERNATIONAL CONFERENCE PUBLIC AFFAIRS : ICPA 2024) ພາຍໃຕ້ຫົວຂໍ້ ການຄວບຄຸມພະລັງຂອງປັນຍາປະດິດ (AI) ແລະ ຮັກສາຄຸນຄ່າສາທາລະນະ (Harnessing the Power of AI and Treasuring Public Values) ທີ່ ຂອນແກ່ນ, ຣາຊະອານາຈັກໄທ, ຊຶ່ງຈັດໂດຍ: ວິທະຍາໄລ ບໍລິຫານການປົກຄອງທ້ອງຖິ່ນ (College of Local Administration : COLA), ມະຫາວິທະຍາໄລຂອນແກ່ນ.

ການເຄື່ອນໄຫວວຽກງານຂອງຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃນນາມຄູ່ຮ່ວມມືກິດຕິມະສັກ ຕາງໜ້າຈາກ ສປປ ລາວ ແມ່ນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ແລະ ເປັນການປຶກສາຫາລື ກ່ຽວກັບ ການມີສ່ວນຮ່ວມຂອງການປະຕິບັດດ້ານຈັນຍາບັນຂອງລະບົບປັນຍາປະດິດ, ​ຊຸກຍູ້ແລກປ່ຽນ​ການ​ຮ່ວມ​ມື​ກັບ​ຜູ້​ຊ່ຽວຊານ​ສາກົນ ​ແລະ ຄົ້ນ​ຄວ້າ​ວິທີການ​ແກ້​ໄຂ​ທີ່​ມີ​ລັກສະນະ​ສ້າງສັນໃນລະບົບປັນຍາປະດິດ ຊຶ່ງຈະ​ເປັນ​ຜົນ​ດີ​ໃຫ້ແກ່ ສປປ ລາວ ໃນອະນາຄົດຕໍ່ໜ້າ. ກອງປະຊຸມ ICPA 2024 ​ແມ່ນຖືເປັນ​ໂອກາດ​ສຳຄັນ​ສຳລັບ ສປປ ​ລາວ ​ໃນ​ການ​ປຶກສາຫາລື ຄົ້ນຄວ້າ ​ກ່ຽວ​ກັບ​ບົດບາດ​ຂອງ​ປັນຍາ​ປະດິດ​ໃນ​ການ​ສ້າງ​ອະນາຄົດ​ທີ່​ດີກ​ວ່າ​ເກົ່າ ເປັນການຮຽນຮູ້ປະສົບການຈາກບັນດາຊ່ຽວຊານຈາກຕ່າງປະເທດ ປະກອບສ່ວນເຜີຍແຜ່ທັດສະນະຂອງພວກເຮົາໃນການປຶກສາຫາລືທີ່ສໍາຄັນດັ່ງກ່າວ.

ໃນໂອການນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມເວທີເສວະນາໃນຫົວຂໍ້ຕ່າງໆ ເຊັ່ນ: ການຄຸ້ມຄອງກິດຈະການສາທາລະນະໃນຍຸກດິຈິຕອນ: ຄົ້ນຫາຄວາມສົມດຸນລະຫວ່າງນະວັດຕະກໍາ ແລະ ຄຸນຄ່າສາທາລະນະ (Public Affairs in The Digital age: Balancing Innovation and Public values) ຊຶ່ງເຂົ້າຮ່ວມໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ; ການນຳໃຊ້ປັນຍາປະດິດ ໃນການບໍລິການສາທາລະນະ (The Application of AI in Public Services) ເຂົ້າຮ່ວມໂດຍ ທ່ານ ພອນປະເສີດ ສຸລິນທອນ, ຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ນອກຈາກນັ້ນ, ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຂຶ້ນນຳສະເໜີບົດຄົ້ນຄວ້າ ໃນຫົວຂໍ້: ການປ່ຽນແປງດິຈິຕອນ ແລະ ຢັ້ງຢືນເລກໝາຍໂທລະສັບ ໃນ ສປປ ລາວ: ການສຶກສາກໍລະນີ ການຈົດທະບຽນເລກໝາຍໂທລະສັບມືຖື (Digital Transformation and Mobile Identity in Lao PDR: A Case Study of Mobile Number Registration).

ພາຍຫຼັງສໍາເລັດການເຂົ້າຮ່ວມກອງປະຊຸມ, ຄະນະຍັງໄດ້ເຂົ້າຮ່ວມຢ້ຽມຊົມ ສວນອຸທິຍານວິທະຍາສາດ (Regional Science Park), ຫ້ອງທົດລອງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງມະຫາວິທະຍາໄລຂອນແກ່ນ ຊຶ່ງສະແດງໃຫ້ເຫັນໄດ້ເຖິງສັກກະຍະພາບ ແລະ ຄວາມກ້າວໜ້າ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ບັນດາຄຸອາຈານ ແລະ ນັກຄົ້ນຄວ້າ ໄດ້ມີການຄົ້ນຄວ້າອອກມານຳໃຊ້ໄດ້ແທ້ຈິງ ໂດຍສະເພາະການພັດທະນາດ້ານ ICT ແລະ ເຕັກໂນໂລຊີດ້ານອື່ນໆ. ໂອກາດດຽວກັນ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຊື້ອເຊີນ ມະຫາວິທະຍາໄລຂອນແກ່ນ ເຂົ້າຮ່ວມງານສັບປະດາດິຈິຕອນລາວ ປະຈໍາປີ 2025 ແລະ ສອງຝ່າຍຍັງມີແຜນສືບຕໍ່ຮ່ວມມືໃນຮູບການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຕົ້ນປີ 2025 ອີກດ້ວຍ.

ຂ່າວ ແລະ ພາບ: ຄະນະຜູ້ເເທນເຂົ້າຮ່ວມ (ICPA 2024)

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ