ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາ 5 ປີ ຂອງຂະແຫນງການ ເຕັກໂນໂລຊີ ແລະ ການສື່ສານ

26/12/2024

ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາ 5 ປີ ຂອງຂະແຫນງການ ເຕັກໂນໂລຊີ ແລະ ການສື່ສານ

ໃນວັນທີ 23 ທັນວາ 2024 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມຊັ້ນ 2 ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ອະນຸກໍາມະການເນື້ອໃນກອງປະຊຸມໃຫ່ຍ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາ 5 ປີ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຕສ ມີບັນດາສະຫາຍເລຂາຫນ່ວຍພັກຫ້ອງການ, ກົມ, ອົງການ, ສູນ, ສະຖາບັນ, ເລຂາຄະນະພັກຮາກຖານບໍລິສັດ ເຂົ້າຮ່ວມຈຳນວນ 40 ກວ່າສະຫາຍ.

          ຈຸດປະສົງກອງປະຊຸມໃນຄັ້ງນີ້, ກໍເພື່ອການຈັດຕັ້ງປະຕິບັດແຜນພັດທະນາ 05 ປີ ຄັ້ງ III ໂດຍໄດ້ມີການກຳນົດເປົ້າໝາຍ ຈຳນວນ 09 ເປົ້າໝາຍໃຫຍ່, ຄາດໝາຍຕົວຊີ້ວັດ, ໃນນັ້ນໄດ້ກຳນົດ 56 ແຜນງານ ແລະ 151 ໂຄງການເພື່ອຈັດຕັ້ງປະຕິບັ. ຜ່ານການຈັດຕັ້ງປະຕິບັດບັນດາຄາດໝາຍ, ແຜນງານ ແລະ ໂຄງການຈຸດສຸມ ໃນໄລຍະຜ່ານມາສາມາດ ຈັດຕັ້ງປະຕິບັດໄດ້ 41 ແຜນງານ ທຽບໃສ່ແຜນງານເທົ່າກັບ 73,21% (ແຜນການ 56 ແຜນງານ) ແລະ ໄດ້ຮັບການຈັດຕັ້ງປະຕິບັດ 56 ໂຄງການ ທຽບໃສ່ແຜນງການເທົ່າກັບ 26% (ແຜນການ 140 ໂຄງການ) ມູນຄ່າ 103 ຕື້ກວ່າກີບ ທຽບໃສ່ແຜນເທົ່າກັບ 7,38% (ແຜນການ 1,400 ຕື້ກີບ), (ສະເພາະທຶນພາຍໃນໂຄງການລົງທຶນຂອງລັດ) ເຮັດໃຫ້ວຽກງານຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຢືນຢູ່ໃນອັນດັບແຖວໜ້າໃນການປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງຊາດຕະຫຼອດມາ. (ຂໍ້ມູນຈາກບົດສະຫຼຸບກາງສະໄໝການຈັດຕັ້ງປະຕິບັດແຜນພັດທະນາ 05 ປີ ຄັ້ງທີ III. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ປະກອບຄວາມຄິດເຫັນຕ່າງໆ ຕໍ່ຮ່າງແຜນພັດທະນາ 5 ປີ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ແຜນງານດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ.

ພາບ ແລະ ຂ່າວ ຄະນະບໍລິຫານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ອະນຸກຳມະການເນື້ອໃນ.

         

 

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ