ໜ່ວຍພັກຮາກຖານ ສອຊ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ III

16/01/2025

ໜ່ວຍພັກຮາກຖານ ສອຊ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ III

ໃນໄລຍະວັນທີ 06-07 ມັງກອນ 2025 ຜ່ານມານີ້, ໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ເພື່ອອອກຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານໜ່ວຍພັກຮາກຖານ ສອຊ ສະໄໝທີ III, ກອງປະຊຸມທ້າຍສະໄໝທີ II ຂອງໜ່ວຍພັກ, ແລະ ກອງປະຊຸມປະເມີນພະນັກງານ ປະຈຳປີ 2024. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ແກ້ວວີສຸກ ໂສລະພົມ ຄະນະປະຈຳ ຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ  ກຕສ, ສະຫາຍ ມີນາໄຊ ພິລາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ສອຊ, ມີຮອງເລຂາ, ສະມາຊິກພັກສົມບູນ, ສະມາຊິກພັກສໍາຮອງ ພາຍໃນ ສອຊ ພ້ອມດ້ວຍຄະນະຕິດຕາມ ເຂົ້າຮ່ວມ.

ໜ່ວຍພັກຮາກຖານ ສອຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ 1 ຂຶ້ນໃນວັນທີ 06 ມັງກອນ 2025, ສະຫາຍ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ນໍາສະເໜີຜ່ານຮ່າງບົດລາຍງານການເມືອງ ການເຄື່ອນໄຫວນຳພາ-ຊີ້ນຳ ຂອງ ໜ່ວຍພັກຮາກຖານ ສອຊ ແຕ່ປີ 2019-2024 ແລະ ທິດທາງແຜນການປີ 2025-2029 ແລະ ສະຫາຍ ວົງນ້ອຍ ສີວັນທອງ ຮອງເລຂາໜ່ວຍພັກ ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ຜ່ານຮ່າງບົດສໍາຫຼວດການຊີ້ນໍາ-ນໍາພາ ຂອງ ໜ່ວຍພັກຮາກຖານ ສອຊ, ເຊິ່ງທັງສອງຮ່າງເອກະສານ ໄດ້ຕີລາຄາສູງເຖິງຜົນງານ ການຈັດຕັ້ງປະຕິບັດວຽກງານການນຳພາຂອງໜ່ວຍພັກຮາກຖານ ສອຊ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍ່ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃນຕໍ່ໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຈາກ ສະຫາຍ ແກ້ວວີສຸກ ໂສລະພົມ ຄະນະປະຈຳພັກ, ຮອງລັດຖະມົນຕີ  ກຕສ. ໂດຍສະຫາຍໄດ້ເນັ້ນໜັກ ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາບຸກຄະລາກອນທີ່ຈະມາຮັບໜ້າທີ່ ເປັນຄະນະໜ່ວຍພັກຮາກຖານ ສອຊ ຊຸດໃໝ່, ຊຶ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຂອງໜ່ວຍພັກຮາກຖານ ສອຊ ທີ່ຕິດພັນກັບວຽກງານວິຊາສະເພາະຂອງ ສອຊ ໃນສະໄໝຕໍ່ໜ້າ. ຄຳນຶງເຖິງມາດຖານ, ເງື່ອນໄຂ, ຄວາມຮູ້, ຄວາມສາມາດ, ຄວາມມີວິໄສທັດ ແລະ ຄວາມເປັນຜູ້ນຳ ຂອງຜູ້ທີ່ຈະເລືອກ, ພ້ອມທັງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບ ແລະ ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມການປ່ອນບັດແນະນຳຢ່າງເຂັ້ມງວດ ແລະ ຮັບປະກັນ ບໍ່ໃຫ້ມີບັດຕາຍ.

ໃນວັນທີ 07 ມັງກອນ 2025 ໜ່ວຍພັກຮາກຖານ ສອຊ ໄດ້ສືບຕໍ່ຈັດ ກອງປະຊຸມທ້າຍສະໄໝທີ II ຂອງໜ່ວຍພັກ, ແລະ ກອງປະຊຸມປະເມີນພະນັກງານ ປະຈຳປີ 2024. ຊຶ່ງ ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ ຕສ, ເລຂາໜ່ວຍພັກ, ຫົວໜ້າ  ສອຊ ໄດ້ລາຍງານສະພາບລວມກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ສະໄໝ ຜ່ານມາ, ຊຶ່ງໄດ້ສະແດງອອກລະອຽດໃນຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາ. ພ້ອມນັ້ນ, ໄດ້ສືບຕໍ່ ສະເໜີຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ນຳພາຄະນະໜ່ວຍພັກ-ຄະນະສູນ ຜ່ານບົດສຳຫຼວດຕົນເອງ ແລະ ໃບເກັບກ່ຽວຜົນງານ ປະຈຳປີ 2024, ພ້ອມທັງໄດ້ມີການປະກອບຄຳເຫັນ ຂອງສະມາຊິກພັກ ຕໍ່ການຈັດຕັ້ງປະຕິບັດວຽກງານຂອງ ຄະນະໜ່ວຍພັກ-ຄະນະສູນ ຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເທື່ອລະກ້າວ.

ຕອນທ້າຍ ສະຫາຍ ແກ້ວວີສຸກ ໂສລະພົມ ໄດ້ມີມີຄໍາເຫັນຕໍ່ກອງປະຊຸມ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ການຈັດຕ້ັງປະຕິບັດວຽກງານ ແລະ ການນຳພາ-ຊີ້ນຳ ຂອງ ໜ່ວຍພັກຮາກຖານ ສອຊ ໃນການເຄື່ອນໄຫວວຽກງານຕາມທິດທາງຂອງພັກ ແລະ ກົນໄກຂອງລັດ ໃສໄລຍະຜ່ານມາ ຄຽງຄູ່ກັບການປະຕິບັດໜ້າທີ່ເປັນເສນາທິການ ໃຫ້ຄະນະພັກກະຊວງໃນການຫັນເອົານະໂຍບາຍຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃຫ້ກາຍມາເປັນແຜນງານ ເປັນໂຄງການໃນການເຄື່ອນໄຫວ ແລະ ພັດທະນາລະດັບຂີດຄວາມສາມາດຂອງຕົນໄດ້ເປັນຢ່າງດີ ແລະ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດສະມາຊິກພັກ, ພະນັກງານ- ລັດຖະກອນ ເປັນວຽກງານສໍາຄັນ, ຈຶ່ງເຮັດໃຫ້ສະພາບແນວຄິດຂອງ ສະມາຊິກພັກ, ພະນັກງານຂອງສູນ ມີຄວາມອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ແລະ ແຜນພັດທະນາປະຈຳປີ 2021 ແລະ ແຜນການ 05 ປີ ຄັ້ງທີ III ແຕ່ປີ (2021-2025). ພ້ອມທັງເປັນເສນາທິການ ໃນການວຽກງານຄຸ້ມຄອງ ພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ ກໍ່ຄື ການປະກອບສ່ວນຈັດຕັ້ງປະຕິບັດແນວທາງການຫັນເປັນດິຈິຕອນ ຂອງປະເທດ. ພ້ອມນີ້, ສະຫາຍໄດ້ເນັ້ນໜັກ ໃຫ້ຄະນະໜ່ວຍພັກເອົາໃຈໃສ່ ເພີ່ມທະວີສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ- ລັດຖະກອນ ໃຫ້ມີເນື້ອໃນເລິກເຊິ່ງກ່ວາເກົ່າ, ເອົາໃຈໃສ່ປະຕິບັດແຜນການກໍ່ສ້າງພະນັກງານ ເພື່ອຮັກສາໃຫ້ໄດ້ນາມມະຍົດ “ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ” ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຄົ້ນຄວ້າ ກໍາແໜ້ນ ກ່ຽວກັບພາລະບົດບາດການເປັນເສນາທິການ, ເປັນໃຈກາງປະສານງານພາຍໃນກະຊວງ ກ່ຽວກັບ ການພັດທະນາ, ປັບປຸງ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເອົາໃຈໃສ່ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ບຳລຸງຍົກລະດັບໃຫ້ແກ່ພະນັກງານ ດ້ວຍຮູບການຕ່າງໆ ຕາມຄວາມອາດສາມາດ ແລະ ທ່າແຮງທີ່ມີຢູ່ພາຍໃນສູນ ໃຫ້ວຽກງານພາຍໃນສູນ ມີຜົນສໍາເລັດ ແລະ ປະສິດທິພາບເພີ່ມຂຶ້ນເລື່ອຍໆ.

ພາບ ແລະ ຂ່າວ: ສອຊ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ