16/01/2025
ພິທີເປີດການແຂ່ງຂັນ ກິລາເຕະບານ ຊິງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈໍາປີ 2024, ໄດ້ໄຂຂຶ້ນໃນວັນທີ 15 ມັງກອນ 2025 ຜ່ານມານີ້, ທີ່ເດີ່ນສະໜາມກິລາລ້ານຊ້າງສະເຕດຽມ, ນະຄອນຫຼວງວຽງຈັນ. ຕາງໜ້າຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳພາເຂົ້າຮ່ວມໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນຳວຽກງານ 03 ອົງການຈັດຕັ້ງ ມະຫາຊົນ ແລະ ສະຫາຍ ປອ ປະດັບໄຊ ໄຊຍະໂຄດ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມ ກຕສ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍການກ່າວເປີດງານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ພ້ອມດ້ວຍຄະນະ. ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງ ເດືອນ ມັງກອນ - ເດືອນ ກຸມພາ 2025.
ການແຂ່ງຂັນກິລາບານເຕະ ‘‘ຊິງຂັນຂອງສະຫາຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈໍາປີ 2024’’ ໃນຄັ້ງນີ້, ທີມຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຄັດເລືອກເອົານັກກິລາທີ່ມາຈາກຊາວໜຸ່ມແຕ່ລະຮາກຖານເຂົ້າປະກອບເປັນທີມ ຊາວໜຸ່ມຂອງ ກຕສ ເພື່ອເຮັດໃຫ້ວຽກຂະບວນການມີຄວາມໝາຍຄວາມສໍາຄັນ ແລະ ໃຫ້ບັນຍາກາດຟົດຟື້ນໃຫ້ສົມດັ່ງວ່າ ‘‘ ຫັນວຽກງານໄປສະນີໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຍືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ’’.
ຈຸດປະສົງ ໃນການຈັດການແຂ່ງຂັນໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ-ຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ. ພ້ອມທັງເປັນການຜັນຂະຫຍາຍວາລະແຫ່ງຊາດໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ປູກຈິດສໍານຶກໃຫ້ຊາວໜຸ່ມ-ເຍົາວະຊົນຫັນມາຫຼິ້ນກິລາໃຫ້ຫ່າງໄກຈາກຢາເສບຕິດ ແລະ ເຕົ້າໂຮມຄວາມສາມັກຄີລະຫວ່າງຄະນະຊາວໜຸ່ມບັນດາອົງການ, ກະຊວງ ແລະ ນະຄອນຫຼວງວຽງຈັນ. ການແຂ່ງຂັນຄັ້ງນີ້ ປະກອບມີ 24 ທີມ, ແບ່ງອອກເປັນ 4 ສາຍຄື: ສາຍ A,B,C,D ແລະ ທີມທີ່ຢູ່ໃນກຸ່ມ (C) ມີ: ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນປະເທດ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.