20/01/2025
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 - 20 ມັງກອນ 2025), ຄະນະພັກ-ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ນໍາໂດຍ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ແລະ ທ່ານ ຮອງ ລມຕ ທັງ 02 ສະຫາຍ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ບັນຊາການ ກະຊວງປ້ອງກັນປະເທດ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ກົງທອງ ສຸດທະວົງ, ຮອງຫົວຫນ້າກົມໃຫຍ່ເສນາທິການຂອງກອງທັບ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ໃນຕອນເຊົ້າຂອງວັນທີ 17 ມັງກອນ 2025 ຜ່ານມານີ້.
ໂອກາດດັ່ງກ່າວ, ສະຫາຍ ປອ ສັນຕິສຸກ ສິມມາລາວົງ ໄດ້ຕາງໜ້າໃຫ້ແກ່ບັນດາສະມາຊິກພັກ-ພະນັກງານ ທົ່ວກະຊວງ ໄດ້ກ່າວສະແດງຄວາມອວຍພອນແດ່ ຄະນະພັກ-ບັນຊາການ ກະຊວງປ້ອງກັນປະເທດ. ພ້ອມທັງ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ, ອວຍພອນໄຊ ແລະ ສົ່ງນ້ຳໃຈຮັກແພງ ເຖິງບັນດາບັນດາພະນັກງານ ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບທີ່ກຳລັງປະຕິບັດໜ້າທີ່ປ້ອງກັນຊາດ ທັງຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ທົ່ວຜືນແຜ່ນດິນອັນແສນຮັກຂອງປະເທດເຮົາ, ຈົ່ງມີສຸຂະພາບແຂງແຮງເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ມີຄວາມໝັ້ນຄົງຂອງຊາດ ເຮັດລ້ອນໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້. ຊຶ່ງເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານເສດຖະກິດໃນທຸກໆຂົງເຂດວຽກງານ. ກຕສ ຂອງພວກເຮົາ ກໍພ້ອມທີ່ຈະໃຫ້ການສະໜັບສະໜູນວິຊາສະເພາະທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຊ່ວຍເຫຼືອ, ຊຸກຍູ້ສົ່ງເສີມກອງທັບ ໃຫ້ນັບມື້ນັບເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.
ໃນໂອກາດເຂົ້າອວຍພອນວັນກອງທັບຄັ້ງນີ້, ກຕສ ຍັງໄດ້ມອບເຄື່ອງຮັບໃຊ້ທີ່ຈຳເປັນ ເຊັ່ນ: ເຕັ້ນ ຈຳນວນ 50 ຊຸດ, ກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ 02 ຊຸດ. ຕາງໜ້າມອບໂດຍ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ແລະ ຕາງໜ້າຮັບໂດຍ ສະຫາຍ ພົນຈັດຕະວາ ກົງທອງ ສຸດທະວົງ.
ໂອກາດດຽວກັນ, ສະຫາຍ ພົນຈັດຕະວາ ກົງທອງ ສຸດທະວົງ ໄດ້ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ກໍຄື ພົນທະຫານ ແລະ ນັກຮົບທົ່ວກອງທັບ ກ່າວສະແດງຄໍາຂອບໃຈຕໍ່ ກຕສ ທີ່ໄດ້ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ພ້ອມຈະນໍາເອົາອຸປະກອນ ແລະ ເຄື່ອງທີ່ໄດ້ນໍາມາມອບໃຫ້ຄັ້ງນີ້ ນໍາໃຊ້ເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເກີດປະໂຫຍດສູງສຸດ.
ໃນວັນດຽວກັນ, ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ແລະ ທ່ານ ຮອງ ລມຕ ທັງ 02 ສະຫາຍ ພ້ອມດ້ວຍຄະນະຍັງໄດ້ເຂົ້າອວຍພອນ ສະຫາຍ ທ່ານ ພົນຈັດຕະວາ ຄຳຜິວ ມະນີວົງ, ຫົວໜ້າຫ້ອງການຄະນະກຳມະການ ປກສ-ປກຊ ສູນກາງ ນຳອີກ.
ຂຽນຂ່າວ: ພຸດດາວອນ ພາສຸວັນ