ຝຶກອົບຮົມ ຄູຝຶກ ຊຸດທີ I ຂອງໂຄງການຮ່ວມມືພັດທະນາບຸກຄະລາກອນດ້ານ ICT

24/01/2025

ຝຶກອົບຮົມ ຄູຝຶກ ຊຸດທີ I ຂອງໂຄງການຮ່ວມມືພັດທະນາບຸກຄະລາກອນດ້ານ ICT

ໃນວັນທີ 22 ມັງກອນ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດພິທີຝຶກອົບຮົມຄູຝຶກ ຊຸດທີ I ຂອງໂຄງການຮ່ວມມືພັດທະນາບຸກຄະລາກອນດ້ານ ICT ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດຮຸ່ງອາລຸນ ເທັກໂນໂລຊີ ຈຳກັດ. ໂດຍການເປັນປະທານ ຂອງ ທ່ານ ປອ ນ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານຄູຮັບເຊີນ ກຕສ, ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ແລະ ຄູຝຶກ ຂອງໂຄງການຮ່ວມມືພັດທະນາບຸກຄະລາກອນດ້ານ ICT ຂອງບໍລິສັດຮຸ່ງອາລຸນ ເທັກໂນໂລຊີ ຈຳກັດ, ເຂົ້າຮ່ວມທັງໝົດ 25 ກວ່າທ່ານ.

ການເປີດຝຶກອົບຮົມຄັ້ງນີ້, ແມ່ນເພື່ອເປັການປະກອບສ່ວນເຂົ້າໃນຂະບວນການຂໍ່ານັບຮັບຕ້ອນກອງປະຊມໃຫຍ່ ອົງຄະນະພັກ ກຕສ ສະໄຫມທີ III ໃນກາງປີ 2025 ນີ້. ພ້ອມທັງເປັນການຜັນຂະຫຍາຍສັນຍາການຮ່ວມມື (MoA) ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດຮຸ່ງອາລຸນ ເທັກໂນໂລຊີ ຈຳກັດ ໃນການພັດທະນາຊັບພະຍາກອນມະນຸດທາງດ້ານໄອຊີທີ ໃຫ້ກັບພາກລັດ ແລະ ເອກະຊົນ ເປີດກວ້າງໃຫ້ກັບພະນັກງານ, ນັກສຶກສາ ແລະ ບຸກຄົນທົ່ວໄປ ທີ່ມີຄວາມສົນໃຈຢາກຍົກລະດັບຄວາມຮູ້ດ້ານໄອຊີທີ ໄດ້ປະກອບສ່ວນຊຸກຍູ້ແນວທາງການ ຫັນເປັນດິຈິຕອນຂອງລັດຖະບານ ແລະ ຄວາມຮຽກຮ້ອງຕ້ອງ ການຂອງຕະຫຼາດແຮງງານທາງດ້ານໄອຊີທີ ຢູ່ ສປປ ລາວ. ສະນັ້ນ, ສຕສ ຈຶ່ງເຫັນໄດ້ເຖິງຄວາມສຳຄັນ ຄັດເລືອກເອົາວຽກຈັດຕັhງປະຕິບັດໂຄງການດັ່ງກ່າວນີ້ ແລະ ການພັດທະນາຫລັກສູດ ປະລິນຍາຕີ ເປັນຫົວຂໍ້ສຳຄັນໃນການສ້າງຂະບວນການຂອງພັກ ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ ດ້ານການພັດທະນາບຸກຄະລາກອນດ້ານດິຈິຕອນ ທີນອນໃນ 2 ວຽກງານຍຸດທະສາດຄືການພັດທະນາໂຄງລ່າງ ແລະ ບຸກຄະລາກອນ ດິຈິຕອນ.

ການຈັດຝຶກອົບຮົມໃນຄັ້ງນີ້, ໄດ້ດໍາເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 22-23 ມັງກອນ 2025. ໂດຍໄດ້ຮັບການຖ່າຍຖອດຄວາມຮູ້ຈາກ  ທ່ານ ປອ ນ ໃຈມາລີ ພະກະຊຸມ ແລະ ທ່ານ ປອ ສົມສັກ ອິນທະສອນ ຮອງຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ເພື່ອຝຶກອົບຮົມທັກສະການສິດສອນ, ການສົ່ງຄວາມຮູ້, ຈິດຕະວິທະຍາໃນການສອນ ແລະ ການສ້າງແຜນການຮຽນ-ການສອນ ໃຫ້ແກ່ຄູຝຶກທີ່ຢູ່ໃນໂຄງການຮ່ວມມືພັດທະນາບຸກຄະລາກອນດ້ານ ICT ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດຮຸ່ງອາລຸນ ເທັກໂນໂລຊີ ຈຳກັດ ເພື່ອໃຫ້ສາມາດນຳໃຊ້ທັກສະ ແລະ ເຕັກນິກດັ່ງກ່າວເປັນການໝູນໃຊ້ໃນການສິດສອນ ແລະ ຝຶກອົບຮົມໃຫ້ແກ່ຜູ້ທີ່ເຂົ້າມາຮ່ວມໃນໂຄງການດັ່ງກ່າວ ໃຫ້ມີຄວາມປະສີດທິພາບ ແລະ ຄຸນນະພາບ ທັງດ້ານເນື້ອໃນ ແລະ ດ້ານເຕັກນິກວິຊາສະເພາະ.

ພາບ ແລະ ບົດຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ