04/02/2025

ໃນຕອນເຊົ້າຂອງວັນທີ 31 ມັງກອນ 2024 ຜ່ານມາ, ໜ່ວຍພັກກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານຂອງຕົນຂຶ້ນທີ່ຫ້ອງປະຊຸມ ສູນອິນເຕີເນັດແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ສະຫາຍ ແກ້ວວິສຸກ ໂສລະພົມ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຕສ, ສະຫາຍ ສຸດໃຈ ພິມມະສີ ເລຂາໜ່ວຍພັກຮາກຖານກົມແຜນການ ແລະ ການເງິນ, ຊຶ່ງມີບັນດາສະຫາຍຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ, ບັນດາສະຫາຍສະມາຊິກພັກພາຍໃນກົມ ແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງ ແລະ ປະກອບຄໍາເຫັນ ພ້ອມທັງຮັບຮອງເອົາ ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາ ຕີລາຄາການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງ ໜ່ວຍພັກຮາກຖານກົມແຜນການ ແລະ ການເງິນ ໃນໄລຍະ 5 ປີຜ່ານມາ (2020-2024) ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2025-2030) ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ ຄື: ເອົາໃຈໃສ່ ໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໃຫ້ແກ່ພະນັກງານການນຳຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກໆສະຫາຍພາຍໃນໜ່ວຍພັກດ້ວຍຫຼາຍຮູບແບບ ຫຼາຍວິທີການ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ, ບັນດາມະຕິຄໍາສັ່ງ ແລະ ທິດນໍາຂອງຄະນະພັກຂັ້ນເທິງ ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກກົມແຜນການ ແລະ ການເງິນ ໃຫ້ເປັນແຜນວຽກລະອຽດໃນແຕ່ລະໄລຍະ ເພື່ອເປັນທິດທາງການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ກໍ່ສ້າງສະມາຊິກພັກໃຫ້ມີຄວາມເຂັ້ມແຂງ ໃຫ້ໄດ້ຫຼາຍກວ່າ 80%, ສ້າງໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 9,2 ຄະແນນຂຶ້ນໄປ, ດຳເນີນການຢ່າງເຂັ້ມງວດຕໍ່ການປະເມີນສະມາຊິກພັກ ແລະ ຄັດເລືອກສະມາຊິກພັກ ຜູ້ທີ່ມີມາດຖານ, ເງື່ອນໄຂ ເພື່ອສະເໜີອອກບັດໃຫ້ສະມາຊິກພັກສົມບູນ ໃຫ້ໄດ້ 7 ສະຫາຍ, ສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີທັດສະນະການເມືອງໜັກແໜ້ນໃຫ້ໄດ້ຜ່ານການຍົກລະດັບທິດສະດີການເມືອງຂັ້ນກາງ ແລະ ຂັ້ນຕົ້ນ ໃຫ້ໄດ້ 5 ສະຫາຍ, ສູ້ຊົນຂົນຂວາຍເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກໃຫ້ມີຈຳນວນເພີ່ມຂຶ້ນຢ່າງໜ້ອຍ 4 ສະຫາຍ, ຄົ້ນຄວ້າ, ແຕ່ງຕັ້ງພະນັກງານ ເຂົ້າໃນຕໍາແໜ່ງບໍລິຫານຂັ້ນຕ່າງໆໃຫ້ຖືກຕ້ອງຕາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ສືບຕໍ່ສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ພາຍໃຕ້ການນຳພາຂອງອົງຄະນະພັກກະຊວງ, ຄົ້ນຄວ້າສັບຊ້ອນພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ, ເອົາໃຈໃສ່ຕໍ່ວຽກງານນະໂຍບາຍໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ຄອບຄົວຂອງພະນັກງນ ໃຫ້ແທດເໝາະກັບຜົນງານຕົວຈິງເພື່ອເປັນກຳລັງໃຈ ແລະ ກະຕຸກຊຸກຍູ້ພະນັກງານ ທີ່ປະເທດຊາດກຳລັງປະເຊີນໜ້າກັບສະພາເສດຖະກິດຜືດເຄືອງ, ດັດແກ້ຊັ້ນ-ຂັ້ນເງິນເດືອນຕາມການເລື່ອນປົກກະຕິ, ຕາມໃບປະກາດສະນີຍະບັດ ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິ.
ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 03 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ນາງ ດາວອນ ສາມາວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ໄພພອນ ບຸນທະວົງ ເປັນຮອງເລຂາໜ່ວຍ ແລະ ສະຫາຍ ວົງປະສີດ ກອງແກ້ວ ເປັນກຳມະການໜ່ວຍ, ທັງເປັນປະທານກວດກາພັກ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກຕສ, ມີຜູ້ລົງສະໝັກເລືອກຕັ້ງທັງໝົດ 23 ສະຫາຍ, ເລືອກໄດ້ຜູ້ແທນສົມບູນ 10 ສະຫາຍ ແລະ ຜູ້ແທນສໍາຮອງ 03 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ຊຶ່ງໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວວຽກງານຂອງຄະນະໜ່ວຍພັກ ເເລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ. ພ້ອມນັ້ນກໍໄດ້ເນັ້ນໜັກໃຫ້ໜ່ວຍພັກ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ກົດລະບຽບຂອງພັກ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ໃຫ້ມີທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມສັດຊື່ບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ, ເອົາໃຈໃສ່ນໍາພາວຽກງານແຜນການ ແລະ ການເງິນຕາມທິດຊີ້ນໍາ, ພາລະບົດບາດ, ຂອບເຂດສິດຂອງຕົນຢ່າງຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ.
ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ.