21/02/2025

ກອງປະຊຸມທ້າຍສະໄໝ ຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 18 ກຸມພາ 2025, ທີ່ຫ້ອງປະຊຸມຊັ້ນ 4 ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໃຫ້ກຽດເປັນປະທານໂດຍ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີສະຫາຍເລຂາ, ຮອງເລຂາ ແລະ ບັນດາສະຫາຍໃນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຕິດຕາມຈາກ ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງໝົດ ຈຳນວນ 20 ສະຫາຍ.
ໂດຍປະຕິບັດຕາມແຜນເຄື່ອນໄຫວ ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 049/ຄພ.ກຕສ, ວັນທີ 10 ກຸມພາ 2025. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕີລາຄາຄືນການນຳພາ-ຊີ້ນຳຂອງຄະນະບໍລິຫານງານ ໂດຍໄດ້ຜ່ານຮ່າງບົດສຳຫຼວດການນຳພາ-ຊີ້ນຳຂອງ ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ ຊຶ່ງສະເໜີໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພ້ອມກັນປະກອບຄຳເຫັນຕໍ່ເອກະສານດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ຜ່ານບົດສຳຫຼວດບຸກຄົນ ຂອງຄະນະບໍລິຫານງານ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເຊິ່ງກັນ ແລະ ກັນ ຂອງບັນດາສະຫາຍພາຍໃນຄະນະບໍລິຫານງານ ເພື່ອປັບປຸງແກ້ໄຂຈຸດບົກຜ່ອງໃຫ້ຖືກຕ້ອງຕາມຄວາມເປັນຈິງພາວະວິໄສ ແລະ ຕາມຫຼັກການເຄື່ອນໄຫວຂອງຊາວໜຸ່ມ.
ພາຍຫຼັງການຜ່ານບົດສຳຫຼວດການນຳພາລວມ ແລະ ຂອງບຸກຄົນພາຍໃນຄະນະບໍລິຫານງານແລ້ວ, ກອງປະຊຸມໄດ້ຮັບຟັງຄຳເຫັນໂອ້ລົມ ຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະບໍລິຫານງານຊາວໜຸ່ມຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ເອົາໃຈປັບປຸງປົວແປງຈຸດບົກຜ່ອງທີ່ຍັງຄົງຄ້າງທີ່ສະແດງອອກໃນບົດສຳຫຼວດການນຳພາ ເປັນຕົ້ນແມ່ນ ການດຳເນີນຊິວີດການເມືອງ ຄວນໃຫ້ເປັນປົກກະຕິ ຄວບຄູ່ກັບວຽກງານວິຊາສະເພາະ ເພື່ອໃຫ້ກຳໄດ້ ແລະ ແກ້ໄຂສະພາບການ, ແນວຄິດຈິດໃຈຂອງຊາວໜຸ່ມທີ່ສ່ອງແສງຜ່ານການຮ່ວມຊີວິດໃນແຕ່ເດືອນ, ໄຕມາດ ຫຼື ຫົກເດືອນ. ນອກຈາກການສ່ອງແສງລາຍງານສະພາບການຕ່າງໆໃນການຮ່ວມຊີວິດແລ້ວ ຍັງເປັນໂອກາດໃນການເຜີຍແຜ່ ແລະ ເຊື່ອມຊຶມແນວທາງຂອງພັກ, ມະຕິ, ຄຳສັ່ງ,ກົດໝາຍ, ລະບຽບການຂອງລັດ ແລະ ຂອງຊາວໜຸ່ມ ໃຫ້ບັນດາຮາກຖານ ແລະ ໜ່ວຍເຂົ້າໃຈຈະແຈ້ງຕື່ມອີກ. ນອກຈາກນັ້ນ, ສະຫາຍຍັງໄດ້ຝາກຄຳເຫັນໃຫ້ຄະນະຊາວໜຸ່ມຊຸດຕໍ່ໄປເວົ້າລວມ, ເວົ້າສະເພາ ບັນດາສະຫາຍທີ່ຈະລົງສືບຕໍ່ສະໝັກເປັນຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ວຽກງານຊາວໜຸ່ມໃນຂັ້ນຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະການຕ້ານ ສະກັດກັ້ນກັນປາກົດການຫຍໍ້ທໍ້ໃນຂົງເຂດຊາວໜຸ່ມ, ຕ້ອງສະດຸ້ງໄວ ແລະ ເປັນກຳລັງສຳຄັນໃນການຕີຕ້ານບັນຫາສິ່ງຫຍໍ້ທໍ້ ເປັນຕົ້ນແມ່ນ ບັນຫາທີ່ເປັນກະແສ ແລະ ການນຳໃຊ້ສື່ສັງຄົມອອນລາຍຕ່າງໆ ພ້ອມດຽວກັນ ກໍສືບຕໍ່ກະກຽມການດຳເນີນກອງປະຊູມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຕອນທ້າຍຂອງກອງປະຊຸມຍັງໄດ້ມີພິທີມອບຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງຫມົດ 15 ສະຫາຍ ຕື່ມອີກ.
ພາບ ແລະ ຂ່າວ: ກອງເລຂາ ຄຊປປລ ກຕສ