ພິທີຮັບເອົາສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນ ຂອງ 03 ໜ່ວຍພັກ ພາຍໃນ ອົງຄະນະພັກ ກຕສ

21/02/2025

ພິທີຮັບເອົາສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນ ຂອງ 03 ໜ່ວຍພັກ ພາຍໃນ ອົງຄະນະພັກ ກຕສ

ໜ່ວຍພັກຫ້ອງການ, ໜ່ວຍພັກກົມແຜນການ ແລະ ການເງິນ ແລະ ໜ່ວຍພັກສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ ພັກປະຊາຊົນປະຕິວັດລາວ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ຕຶກ F ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກຕສ, ມີບັນດາ ເລຂາ, ຮອງເລຂາໜ່ວຍພັກກົມ/ທຽບເທົ່າ ພາຍໃນກະຊວງ, ຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຂອງ 03 ໜ່ວຍພັກດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍເລຂາໜ່ວຍພັກ ທັງ 03 ພາກສ່ວນ ໄດ້ພັດປ່ຽນກັນຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດໃຫ້ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈໍານວນ 04 ສະຫາຍ, ຍິງ 02 ສະຫາຍ, ໃນນັ້ນປະກອບມີ ໜ່ວຍພັກຫ້ອງການກະຊວງ 03 ສະຫາຍ, ຍິງ 01 ສະຫາຍ, ໜ່ວຍພັກສູນອິນເຕີເນັດແຫ່ງຊາດ ຍິງ 01 ສະຫາຍ ແລະ ມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ ໜ່ວຍພັກກົມແຜ່ນການ ແລະ ການເງິນ ຈຳນວນ 03 ສະຫາຍ, ຍິງ 01 ສະຫາຍ.

ໂອກາດດຽວກັນນີ້, ສະຫາຍປະທານ ໄດ້ໃຫ້ກຽດມອບມະຕິຕົກລົງ ພ້ອມທັງໂອ້ລົມ ແລະ ກ່າວສະແດງຄວາມຍິນດີ, ຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງໃໝ່,  ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້, ຄວາມສາມາດ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາກົດລະບຽບຂອງພັກປະຊາຊົນປະຕິວັດລາວ ວາງອອກຢ່າງເຂັ້ມງວດ, ເປັນແບບຢ່າງນຳໜ້າໃນທຸກຂະບວນການ, ຕັ້ງໜ້າຝຶກຝົນຫຼໍ່ຫຼ້ອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ທິດສະດີການເມືອງ ເພື່ອສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ