21/02/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ໜ່ວຍພັກຮາກຖານ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 13 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ຂອງສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ນາງ ເກສອນ ສຸລິວົງ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ຊຶ່ງມີຄະນະໜ່ວຍພັກ, ບັນດາແຂກຖືກເຊີນຈາກຮາກຖານ/ໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານເຂົ້າຮ່ວມທັງໝົດຈຳນວນ 60 ສະຫາຍ, ຍິງ 22 ສະຫາຍ.
ໃນກອງປະຊຸມ, ສະຫາຍ ນາງ ເກສອນ ສຸລິວົງ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ຂຶ້ນກ່າວເປີດກອງປະຊຸມ ຢ່າງເປັນທາງການ. ພ້ອມນັ້ນ, ຄະນະໜ່ວຍພັກກໍໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໃນໄລຍະ 5 ປີ ຜ່ານມາ ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງສູນ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນພາຍໃນໜ່ວຍພັກ. ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ ນຳພາ-ຊີ້ນຳ ວຽກງານອົງການຈັດຕັ້ງມະຫາຊົນພາຍໃນສູນ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ກ່ຽວກັບວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງ.
ໂອກາດດັ່ງກ່າວ, ບັນດາສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງຮັບສະໝັກ 05 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ນາງ ເກສອນ ສຸລິວົງ ເປັນເລຂາໜ່ວຍພັກ, ສະຫາຍ ແສງຈັນ ພະໄຊຍະແສງ, ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ຍອດ ໄຊທົງເດດ ເປັນກຳມະການ ທັງເປັນປະທານກວດກາ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ຊຶ່ງເລືອກໄດ້ຜູ້ແທນສົມບູນ 08 ສະຫາຍ, ຍິງ 03 ສະຫາຍ ແລະ ຜູ້ແທນສໍາຮອງ 02 ສະຫາຍ, ຍິງ 01 ສະຫາຍ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ພ້ອມທັງສະແດງຄວາມເປັນຫ່ວງເປັນໄຍ ທັງໃຫ້ຄວມສໍາຄັນຕໍ່ວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຊຶ່ງເປັນໃຈກາງ-ເປັນເສນາທິການ ໃຫ້ອົງຄະນະພັກກະຊວງ ເພື່ອຕອບສະໜອງຕໍ່ການນໍາພາ-ຊີ້ນໍາ ກໍຄື ການປັບປຸງ, ກໍ່ສ້າງພັກ ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໃນສະພາບເງື່ອນໄຂໃໝ່ນີ້. ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສູນ ຕ້ອງສະດຸ້ງໄວ ແລະ ປະດິດສ້າງ, ສ້າງໃຫ້ໜ່ວຍພັກເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໝ້ນ ຢ່າງແທ້ຈິງ. ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວ ໃຫ້ສູງຂຶ້ນເລື້ອຍໆ, ເດັດດ່ຽວຍົກສູງຄວາມຮັບຜິດຊອບຕໍ່ວຽກງານ ສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນເຂົ້້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ໃຫ້ປາກົດຜົນເປັນຈິງ. ກອງປະຊຸມຂອງພວກເຮົາດຳເນີນໄປດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ຄວາມເປັນເອກະພາບ ແລະ ຮັບຮອງເອົາທຸກເນື້ອໃນຂອງກອງປະຊຸມ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ