ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ຮອບທີ II ຂອງ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III

21/02/2025

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ຮອບທີ II ຂອງ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III

ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ຮອບທີ II ຂອງຕົນຂຶ້ນໃນຕອນເຊົ້າຂອງວັນທີ 21 ກຸມພາ 2025, ທີ່ຫ້ອງປະຊຸມ ຊັ້ນ 5 ຂອງ ສະຖະບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ປະທານກວດກາພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີ ກຕສ, ມີບັນດາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ຂອງສະຫະພັນແມ່ຍິງຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງກະຊວງເຕັກໂນໂລຊີ ແລະ ການສື່ສານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ໄລຍະ ປີ 2021-2025 ແລະ ທິດທາງແຜນການ 05 ປີ (2026-2030), ຮ່າງບົດສຳຫຼວດການນຳພາລວມຂອງ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນ 05 ປີຜ່ານມາ (2021-2025) ແລະ ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງຂອງ ສະຫະພັນແມ່ຍິງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ, ຜູ້ແທນສົມບຸນ ແລະ ຜູ້ແທນສຳຮອງ ກໍໄດ້ພ້ອມກັນປະກອບຄຳຄິດຄໍາເຫັນຕໍ່ກັບ 03 ຮ່າງເອກະສານດັ່ງກ່າວຢ່າງສ້າງສັນ.

ໃນກອງປະຊຸມ, ສະຫາຍ ປະທານກອງປະຊຸມຍັງໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມ ຊຶ່ງໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວວຽກງານ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຮາກຖານ ຊຸດເກົ່າ ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະບໍລິຫານງານສະຫະພັນແມ່ຍິງ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ສະຫາຍ ໄດ້ຕີລາຄາສູງຕໍ່ການນໍາພາ-ຊີ້ນໍາ ກໍຄືຜົນສໍາເລັດໃນການປະຕິບັດໜ້າທີ່ການເມືອງຕາມພາລະບົດບາດຂອງຕົນ, ເຊິ່ງສາມາດເຫັນໄດ້ ດ້ານດີ ແລະ ຜົນສໍາເລັດ ທີ່ຕ້ອງເສີມຂະຫຍາຍ, ທັງເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ ແລະ ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອບທີ II ນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຊຶ່ງບັນດາຜູ້ແທນໄດ້ສິດປະຊາທິປະໄຕຂອງຕົນ ເພື່ອປ່ອນບັດຄັດເລືອກເອົາຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ມາເປັນເປົ້າໝາຍຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນສະໄໝຕໍ່ໄປ. ສະຫາຍໄດ້ເນັ້ນໜັກຕໍ່ການຄັດເລືອກເປົ້າໝາຍດັ່ງກ່າວ ແມ່ນຫຼີກລ່ຽງທີ່ສຸດບໍ່ໃຫ້ມີອັກຄະຕິສ່ວນຕົວ, ພັກພວກ ຫຼື ຈຸ້ມເຈື້ອເຊື້ອສາຍ, ໃຫ້ເລືອກເອົາຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ ຮັກສາໄດ້ມູນເຊື້ອອັນດີງາມຂອງແມ່ຍິງລາວ ຜູ້ທີ່ມີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີທີ່ຈະມານຳພາ-ຊີ້ນຳອົງການຈັດຕັ້ງໃຫ້ເຂັ້ມແຂງ ໃຫ້ເບິ່ງຜູ້ເກົ່າ ຜູ້ທີ່ມີປະສົບການໃນການນຳພາ ແລະ ຜູ້ໃໝ່ທີ່ຈະມາເປັນຜູ້ສືບທອດປ່ຽນແທນ ແລະ ຕ້ອງຮັບປະກັນໃຫ້ເລືອກໄດ້ 3 ຮຸ່ນ ຄື: ຮຸ່ນອາວຸໂສ, ກາງ ແລະ ໜຸ່ມແໜ້ນ.

ພາຍຫຼັງຮັບຟັງການໂອ້ລົມ, ບັນດາຜູ້ແທນທີ່ເຂົ້າຮ່ວມທັງໝົດ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III, ຮອບທີ II ເພື່ອສະເໜີເປັນເປົ້າໝາຍ ຄັດເລືອກໃນກອງປະຊຸມທາບທາມບຸກຄະລາກອນຮອບທີ III ຕາມລໍາດັບ.

ຂ່າວໂດຍ: ສະຫາຍ ນາງ ສີໄວ ອຳພອນໄຊ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ