25/02/2025

ໃນວັນທີ 23 ກຸມພາ 2025 ຜ່ານມາ, ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເສີນ ກ່າງ, ປະທານສະພາຜູ້ແທນປະຊາຊົນ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ທ່າມກາງບັນຍາກາດ ທີ່ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນ ລາວ ແລະ ຈີນ ທົ່ວປະເທດ ກຳລັງຢູ່ໃນປີຂອງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ (25 ເມສາ 1961 - 25 ເມສາ 2025).
ໃນໂອກາດພົບປະກັນໃນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມນີ້ສອງຝ່າຍ ຍັງໄດ້ແຈ້ງສະພາບການພົ້ນເດັ່ນ ແລະ ໄດ້ປຶກສາຫາລື ທິດທາງການຮ່ວມມືທາງດ້ານວຽກງານການຫັນເປັນດິຈິຕອນ ແລະ ປັນຍາປະດິດ ຂອງສອງປະເທດ ລາວ ແລະ ຈີນ ກໍຄື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ບັນດາພາກສ່ວນສະຖາບັນຄົ້ນຄວ້າຂອງ ກວາງຊີ.
ຄຽງຄູ່ກັນນັ້ນ, ສອງຝ່າຍ ກໍໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມເອກະສານຮ່ວມມື ທາງດ້ານວຽກງານການຫັນເປັນດິຈິຕອນ ແລະ ປັນຍາປະດິດ ລາວ-ຈີນ ຈຳນວນ 09 ສະບັບ ຈາກທັງພາກລັດ ແລະ ພາກເອກະຊົນ, ຊຶ່ງໃນນັ້ນມີ 04 ສະບັບ ທີ່ເປັນການລົງນາມຂອງບັນດາພາກສ່ວນພາຍໃຕ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກອບດ້ວຍ: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທງດ້ານສູນຮ່ວມມືນະວັດຕະກຳປັນຍາປະດິດ ລາວ-ຈີນ, 2) ບົດບັນທຶກຂໍ້ຕົກລົງ ສ້າງກົນໄກເພື່ອສົ່ງເສີມການຮ່ວມມືໃນຂົງເຂດວຽກງານການຫັນເປັນດິຈິຕອນ ແລະ ປັນຍາປະດິດ, 3) ບົດບັນທຶກຂໍ້ຕົກລົງ ວ່າດ້ວຍການຝຶກອົບຮົມດ້ານປັນຍາປະດິດ ແລະ ການຫັນເປັນດິຈິຕອນ, 4) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງສູນນະວັດຕະກຳພະລັງງານໃໝ່ ລາວ-ຈີນ.
ຂ່າວ: ພະແນກຮ່ວມມືທະວີພາຄີ