03/03/2025

ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (Lao Youth Union Cup ປະຈຳປີ 2024) ໄດ້ຮັບຜົນສໍາເລັດ ແລະ ປິດລົງຢ່າງຈົບງາມໃນວັນທີ 25 ກຸມພາ 2025, ທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ (ບ້ານ ໜອງໄຮ) ຊຶ່ງນໍາພາທີມນັກກິລາຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນການແຂ່ງຮອບນີ້ ເປັນການພົບກັນລະຫວ່າງ ນັກກິລາຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທີມນັກກິລາຊາວໜຸ່ມ ກະຊວງປ້ອງກັນປະເທດ ໃນຮອບຊີງອັນດັບ 3, ຊຶ່ງການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ສ້າງໄດ້ຄວາມສາມັກຄີລຶ້ງແກ່ນເຊິ່ງກັນ ແລະ ກັນ ຂອງນັກກິລາທັງສອງທີມ ພ້ອມທັງສຽງເຊຍຂ້າງສະໜາມຂອງອ້າຍເອື້ອຍນ້ອງຊາວໜຸ່ມຈາກບັນດາກະຊວງ ເຮັດໃຫ້ການແຂ່ງຍິ່ງມີບັນຍາກາດຂຶ້ນຕື່ມ.
ຜ່ານການແຂ່ງຂັນເຫັນໄດ້ວ່າ ທີມນັກກິລາຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສາມາດເອົາຊະນະ ທີມນັກກິລາຊາວໜຸ່ມ ກະຊວງປ້ອງກັນປະເທດ ດ້ວຍ 2-1 ປະຕູ ເຮັດໃຫ້ທີມນັກກິລາຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສາມາດຄວ້າໄຊຊະນະອັນດັບ 3 ໄປຄອງຢ່າງສວາຍງາມ ແລະ ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນຈໍານວນ 10.000.000 ກີບ.
ຂ່າວ: ພຸດດາວອນ ພາສຸວັນ
ພາບ: Lao Youth Union Cup 2024