ພິທີມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ
18/03/2025

ວັນທີ 12 ມີນາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງສະຖາບັນເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງກະຊວງເຕັກໂນໂລຊີແລະ ການສື່ສານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ. ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນກາໃນຄັ້ງນີ້ໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາຫົວໜ້າ, ຮອງຫົວໜ້າ ກົມ/ທຽບເທົ່າ, ບັນດາຄະນະບໍລິຫານງານຊາວໜຸ່ມ, ເລຂາຮາກຖານ/ໜ່ວຍ ພ້ອມດ້ວຍສະມາຊິກຊາວໜຸ່ມ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.