ກອງປະຊຸມທາບທາມບຸກຄະລາກອນ ຮອບທີ II ຂອງ ຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ

18/03/2025

ກອງປະຊຸມທາບທາມບຸກຄະລາກອນ ຮອບທີ II ຂອງ ຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ດໍາເນີນກອງປະຊຸມທາບທາມບຸກຄະລາກອນ ຮອບທີ II ເພື່ອອອກຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານຊາວໜຸ່ມປະຊາຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III ຂຶ້ນໃນຕອນເຊົ້າຂອງວັນທີ 17 ມີນາ 2025, ທີ່ຫ້ອງປະຊຸມຊັ້ນ 5 ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ບັນດາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເຂົ້າຮ່ວມ ລວມທັງໝົດ 316 ສະຫາຍ ຈາກ 19 ຮາກຖານ ທີ່ຂຶ້ນກັບ. 

ກອງປະຊຸມໄດ້ຮັບຟັງການສະເໜີ ຮ່າງບົດສຳຫຼວດການນຳພາລວມໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂາ ຄຊປປລ ກຕສ ແລະ ຮ່າງບົດລາຍງານການເມືອງ ສະເໜີໂດຍ ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ຄະນະພັກກະຊວງ, ຮອງເລຂາ ຄຊປປລ ກຕສ ຊຶ່ງເນື້ອໃນທັງສອງເອກະສານ ໄດ້ຕີລາຄາສູງເຖິງຜົນງານການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ສະແດງໃຫ້ເຫັນສາເຫດຕ່າງໆ ແລະ ສະຫຼຸບສັງລວມ ຖອດຖອນເປັນບົດຮຽນໃຫ້ແກ່ການນຳພາຂອງ ຄຊປປລ ກຕສ ໃນໄລຍະຜ່ານມາ. ກອງປະຊຸມຮັບຮອງເອົາເນື້ອໃນຂອງທັງສອງເອກະສານ ພ້ອມນັ້ນ ຍັງໄດ້ດໍາເນີນການປ່ອນບັດທາບທາມເອົາບຸກຄະລາກອນ ຮອບທີ II ເພື່ອກະກຽມຄວາມພ້ອມເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຄຊປປລ ກຕສ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

 

ໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ອັນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຈາກ ສະຫາຍ ຮອງເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ເນັ້ນໜັກຕໍ່ບັນດາຜູ້ແທນກອງປະຊຸມຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຊຶ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຊາວໜຸ່ມຕິດພັນກັບວຽກງານວິຊາສະເພາະໃນອີກ 5 ປີ ຕໍ່ໜ້າ, ໂດຍສະເພາະຜູ້ທີ່ມີມາດຖານເງື່ອນໄຂ, ຄວາມຮູ້ ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດກົດລະບຽບ, ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມການປ່ອນບັດແນະນໍາຢ່າງເຂັ້ມງວດ.

 

ພາຍຫຼັງສໍາເລັດການປ່ອນບັດ ຍັງໄດ້ມີພິທີມອບ-ຮັບ ໃບຍ້ອງຍໍ ໃຫ້ແກ່ຄະນະຮັບຜິດຊອບ, ຄະນະຄູຝຶກ ແລະ ຄະນະນັກກິລາ ທີ່ສາມາດຍາດໄດ້ອັນດັບທີ 3 ໃນບັ້ນແຂ່ງຂັນກິລາບານເຕະ ຊິງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2024 ອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ