18/03/2025

ໃນວັນທີ 13 ມີນາ 2025, ທີ່ ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທືນ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າເນື້ອໃນ (ຮ່າງ) ດຳລັດວ່າດ້ວຍການຫັນເປັນດິຈິຕ໋ອນ. ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າກົມເຕັກໂນໂລຊີ ດິຈິຕ໋ອນ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ຫຼວງນໍ້າທາ, ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ພ້ອມດ້ວຍແຂກທີ່ຖືກເຊີນຈາກບັນດາພະແນກການອ້ອມຂ້າງພາຍໃນ ແຂວງຫຼວງນໍ້າທາ ເຂົ້າຮ່ວມ ຈຳນວນ 50 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ກໍເພື່ອຮ່ວມກັນປຶກສາຫາລື ຄົ້ນຄວ້າປະກອບຄຳເຫັນໃສ່ (ຮ່າງ)ດຳ ລັດ ວ່າດ້ວຍການຫັນເປັນດິຈິຕອນ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ, ຊຶ່ງ(ຮ່າງ) ດຳລັດສະບັບດັ່ງກ່າວ ເປັນນິຕິກຳທີ່ສຳຄັນໃນການກຳນົດຫຼັກການ, ລະບຽບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານການຫັນເປັນດິຈິຕ໋ອນ, ສົ່ງ ເສີມການຫັນເປັນລັດຖະບານດິຈິຕ໋ອນ, ເສດຖະກິດດິຈິຕ໋ອນ ແລະ ສັງຄົມດິຈິຕ໋ອນ, ການນຳໃຊ້ເຕັກໂນໂລຊີທີ່ທັນສະ ໄໝເຂົ້າໃນວຽກງານພາກລັດ, ພາກທຸລະກິດ ແລະ ສັງຄົມ ໃຫ້ກວ້າງຂວາງ ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ: ການສ້າງຮ່າງດຳລັດສະບັບດັ່ງກ່າວ ກໍເພື່ອເປັນການກໍານົດຂອບເຂດຂອງເປົ້າໝາຍ, ທິດທາງ, ຄາດໝາຍສູ້ຊົນ, ວຽກຈຸດສຸມ ຫຼື ວຽກບູລິມະສິດ ເພື່ອຊຸກຍູ້-ສົ່ງເສີມການນໍາໃຊ້ ແລະ ພັດທະນາເຕັກໂນໂລຊີດິຈິຕອນ ໃນ ສປປ ລາວ ບັນດາຂະແໜງການຕ່າງໆສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດຂອງຂົງເຂດຕົນ ໃຫ້ສາມາດໝູນໃຊ້ທ່າແຮງຂອງເຕັກໂນໂລຊີ ຢ່າງມີປະສິດຕິພາບ, ນໍາໃຊ້ ແລະ ພັດທະນາ ເປັນເຄື່ອງມືອັນສໍາຄັນໃນວຽກງານຄຸ້ມຄອງ-ບໍລິຫານ, ການພັດທະນາເສດຖະ ກິດ-ສັງຄົມ ແລະ ປັບປຸງບັນດາກິດຈະກຳການຄ້າ, ການເງິນ, ການບໍລິການ, ການສຶກສາ, ສາທາລະນະສຸກ, ການຄົ້ນ ຄວ້າເຕັກໂນໂລຊີ, ການເຜີຍແຜ່ຂ່າວສານ, ການພົວພັນຮ່ວມມືກັບສາກົນ ແລະ ອື່ນໆ ໃຫ້ເປັນຮູບປະທໍາ, ມີປະສິດ ທິພາບ ແລະ ມີປະສິດທິຜົນ, ເພື່ອແນໃສ່ບັນລຸເປົ້າໝາຍ ແລະ ທິດທາງລວມ ຂອງວິໄສທັດ 20 ປິ (2021-2040), ຍຸດທະສາດ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ 5 ປີ (2021-2025) ແລະ ວຽກງານການຫັນເປັນດີຈີຕອນ ພາຍໃຕ້ ສາມເສົາຄໍ້າຄື: ການພັດທະນາລັດຖະບານດິຈິຕ໋ອນ, ການພັດທະນາເສດຖະກິດດິຈິຕ໋ອນ ແລະ ການພັດທະນາສັງຄົມດິຈິຕ໋ອນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນໃນການຄົ້ນຄວ້າຮ່າງດໍາລັດສະບັບນີ້ ຜ່ານການຮ່ວມມື, ປຶກສາຫາລືຢ່າງກວ້າງຂວາງ, ກອງປະຊຸມຕ່າງໆ ໄດ້ມີການປັບປຸງໃນເບື່ອງຕົ້ນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທີ່ສຸດ.
ພາຍຫຼັງທີ່ໄດ້ຮັບຟັງເນື້ອໃນຂອງຮ່າງດໍາລັດວ່າດ້ວຍການຫັນເປັນດິຈິຕອນແລ້ວ ປະທານກອງປະຊຸມ ແລະ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງຕັ້ງໜ້າ ເພື່ອເປັນຂໍ້ມູນໃຫ້ແກ່ຄະນະຮັບຜິດຊອບ ນໍາໄປສືບຕໍ່ປັບປຸງເນື້ອໃນຮ່າງດຳລັດໃຫ້ມີຄວາມສົມບູນຂຶ້ນຕື່ມ.