ສໍາເລັດກອງປະຊຸມໃຫຍ່ ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ IV ຢ່າງຈົບງາມ

25/03/2025

ສໍາເລັດກອງປະຊຸມໃຫຍ່ ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ IV ຢ່າງຈົບງາມ

ກອງປະຊຸມໃຫຍ່ ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 21 ມີນາ 2025, ທີ່ສູນຮ່ວມມືສາກົນ ລາວ-ຍີ່ປຸ່ນ (ICTC). ໃຫ້ກຽດເຂົ້າຮ່ວມກອງປະຊຸມ ໂດຍ ສະຫາຍ ເລັດ ໄຊນະພອນ ກຳມະການສູນກາງພັກ, ປະທານສູນກາງ ສະຫະພັນກຳມະບານລາວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະຫາຍ ສຸດໃຈ ພິມມະສີ ປະທານສະຫະພັນກໍາມະບານ ກຕສ, ສະຫາຍ ພວງປະເສີດ ແກ້ວສຸວັນ ເລຂາຄະນະບໍລິຫານງານຊາວໜຸ່ມ ກຕສ, ສະຫາຍ ນາງ ເກສອນ ສຸລິວົງ ປະທານສະຫະພັນແມ່ຍິງ ກຕສ, ມີບັນດາສະຫາຍຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານ ຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 271 ສະຫາຍ. 

ກອງປະຊຸມໄດ້ຮັບຟັງ ຮ່າງບົດລາຍງານການເມືອງ, ບົດສະຫຼຸບແຜນພັດທະນາກໍາມະບານ 5 ປີ ແລະ ທິດທາງແຜນການໃນຕໍ່ໜ້າ, ບົດສຳຫຼວດການນໍາພາ ຄະນະບໍລິຫານງານ ສະຫະພັນກໍາມະບານຊຸດທີ III. ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະຫະພັນກຳມະບານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແຕ່ປີ 2021-2025 ເປັນຕົ້ນແມ່ນທາງດ້ານ ການເມືອງ-ແນວຄິດ, ຄະນະບໍລິຫານງານ, ກໍາມະບານຮາກຖານ ໄດ້ມີການຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່. ພ້ອມນີ້, ກອງປະຊຸມໄດ້ມີການຮັບຮອງເອົາສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນສະຫະພັນ 5 ເປັນເຈົ້າ 4 ປີ ຕໍ່ເນື່ອງ ແລະ ໄດ້ມີການມອບທຸງໄຊ ແລະ ຫຼຽນກາກຳມະບານ ຂອງ ກົມກອງລວມໝູ່. ມອບທຸງໄຊ ໃຫ່ແກ່ບັນດາຮາກຖານ ແລະ ຫຼຽນກາກຳມະບານໃຫ້ແກ່ຄະນະນໍາກະຊວງ, ຄະນະບໍລິຫານງານສະຫະພັນກຳມະບານ ເຊິ່ງຫຼຽນກາກໍາມະບານນີ້ ແມ່ນຫຼຽນກາສູງສຸດຂອງ ສູນກາງສະຫະພັນກຳມະບານລາວ.

ກອງປະຊຸມໃຫຍ່ຄັ້ງນີ້, ຄະນະຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ IV ຊຸດໃໝ່, ຊຶ່ງມີຜູ້ລົງສະໝັກ 21 ສະຫາຍ, ຍິງ 03 ສະຫາຍ, ເລືອກເອົາ 19 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກເປັນເອກະສັນ ເລືອກເອົາ ສະຫາຍ ສຸດໃຈ ພິມມະສີ ເປັນປະທານ, ສະຫາຍ ຈັນທະວີພອນ ເຄືອບຄໍາວອນ, ສະຫາຍ ຫັດສະດີ ພະລິຂັນ, ສະຫາຍ ນາງ ອະນິສອນ ກິ່ງສະດາ ເປັນຮອງປະທານ, ສະຫາຍ ມັງກອນ ແກ້ວຄໍາດີ ເປັນຮອງປະທານ ແລະ ປະທານກວດກາ, ສະຫາຍ ນາງ ປະດາພອນ ໄຊຍະໂຄດ, ສະຫາຍ ເຄນທອງ ແພງວົງສາ ເປັນຮອງປະທານກວດກາ ພ້ອມດ້ວຍຄະນະກຳມະການ 12 ສະຫາຍ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ວຽກງານຂອງກຳມະບານໃນ 5 ປີ ຕໍ່ໜ້າ.

ໃນໂອກາດນີ້, ກອງປະຊຸມໄດ້ເປັນກຽດຢ່າງສູງທີ່ໄດ້ຮັບຟັງການໂອ້ລົມ-ມີຄໍາເຫັນໃນທີ່ປະຊຸມ ຂອງ ສະຫາຍ ບັນດິດ ສຈ. ບໍວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ໃຫ້ທິດເຍືອງທາງໃນການຄົ້ນຄວ້າຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານກະຊວງ ເຊິ່ງຈະເປັນຕົວແທນຂອງບັນດາສະມາຊິກກຳມະບານໃນການນໍາພາ ແລະ ປະຕິບັດວຽກງານກຳມະບານໃນໄລຍະ 5 ປີ ຕໍ່ໜ້າ. 

ກອງປະຊຸມໄດ້ເປັນກຽດຢ່າງສູງຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ທີ່ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ມາເຖິງຜູ້ແທນກອງປະຊຸມໃຫຍ່ ກໍຄືສະມາຊິກກຳມະບານ ທີ່ມີຄວາມໝາຍຄວາມສຳຄັນ, ໜັກແໜ້ນ ແລະ ເຕັມໄປດ້ວຍບົດຮຽນອັນລໍ້າຄ່າ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນຂອງຄະນະບໍລິຫານງານສະຫະພັນກຳມະບານ ກຕສ ສະໄໝທີ III ພ້ອມທັງຍົກໃຫ້ເຫັນບັນຫາທີ່ສຳຄັນຫຼາຍດ້ານ, ເຊິ່ງບັນດາທິດຊີ້ນໍາດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງສູນກາງສະຫະພັນກຳມະບານລາວ ກໍຄືຂອງກົມການເມືອງສູນກາງພັກ, ທັງເປັນການມອບໝາຍໜ້າທີ່, ຄວາມຮັບຜິດຊອບ ແລະ ເປັນບ່ອນອີງໃຫ້ແກ່ຄະນະບໍລິຫານງານສະຫະພັນກໍາມະບານ ຊຸດໃໝ່ ເພື່ອນໍາພາ-ຊີ້ນໍາ ຂະບວນການວຽກງານກຳມະບານ ກ້າວໄປຢ່າງບໍ່ຢຸດຢັ້ງ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ