ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ສໍາເລັດລົງຢ່າງຈົບງາມ

25/03/2025

ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ສໍາເລັດລົງຢ່າງຈົບງາມ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ (ອທອ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂື້ນຢ່າງເປັນທາງການ, ໃນຕອນເຊົ້າວັນທີ 20 ມີນາ 2025, ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລ ຊີການສື່ສານຂໍ້ມູນຂ່າວສານ, ກຕສ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ  ກຕສ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ ກຕສ, ສະຫາຍ ສະຫວັນ ລາດສະດີ ກໍາມະການຄະນະພັກ ກຕສ, ເລຂາຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ, ມີຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ທົ່ວອົງຄະນະພັກກະຊວງ ແລະ 3 ອົງການຈັດຕັ້ງມະຫາຊົນ ກຕສ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ເຂົ້າຮ່ວມທັງໝົດ 121 ສະຫາຍ.

ໃນກອງປະຊຸມ ສະຫາຍ ສະຫວັນ ລາດສະດີ ກໍາມະການຄະນະພັກກະຊວງ, ເລຂາຄະນະ ພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ຫຼັງຈາກນັ້ນ, ຄະນະພັກຮາກຖານ ກໍ່ໄດ້ຂຶ້ນຜ່ານ “ຮ່າງ” ບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ. ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ ທີ່ເປັນຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ. ຄະນະພັກຮາກຖານ ໄດ້ເອົາໃຈໃສ່ເປັນເຈົ້າການນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງ ຂອງຄະນະພັກຮາກຖານໃນການປັບປຸງ, ກໍ່ສ້າງບຸກຄະລາກອນ, ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກປ້ອງກັນພາຍໃນພັກ, ວຽກງານກໍ່ສ້າງພັກ, ນໍາພາ-ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພາຍໃນບໍລິສັດ, ກໍ່ສ້າງໜ່ວຍພັກ ໃຫ້ມີ ຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ຕໍ່ການດຳເນີນທຸລະກິດຂອງບໍລິສັດ, ເຄື່ອນໄຫວຢ່າງປະດິດສ້າງເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງໃນແຕ່ລະໄລຍະ. ຄະນະພັກຮາກຖານໄດ້ນໍາພາ-ຊີ້ນໍາວຽກງານກໍ່ສ້າງໜ່ວຍພັກສາມາດຮັກສາໄດ້ ນາມມະຍົດເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ປີ 2019 ໄດ້ 4 ໜ່ວຍພັກ, ປີ 2020 ໄດ້ 6 ໜ່ວຍພັກ, ປີ 2021 ໄດ້ 7 ໜ່ວຍພັກ, ປີ 2022 ໄດ້ 5 ໜ່ວຍພັກ ແລະ ປີ 2023 ໄດ້ 7 ໜ່ວຍພັກ, ສາມາດຂະຫຍາຍມະຫາຊົນ ກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ ທັງໝົດ 52 ສະຫາຍ, ຍິງ 19 ສະຫາຍ. ພ້ອມນັ້ນ, ກໍ່ໄດ້ນໍາພາປະຕິບັດ ວຽກງານວິຊາສະເພາະ ໂດຍໄດ້ເນັ້ນໃສ່ການຮັກສາລູກຄ້າເກົ່າ ແລະ ຂະຫຍາຍລູກຄ້າໃໝ່, ສັງລວມແລ້ວ ໃນໄລຍະ 5 ປີ ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ອທອ ແມ່ນໄດ້ມີຜົນສໍາເລັດ ໃນຫຼາຍດ້ານ. ພ້ອມກັນນັ້ນ, ກໍ່ໄດ້ກໍານົດທິດທາງແຜນການ ໃນໄລຍະ ອີກ 5 ປີ ຂ້າງໜ້າ.

ໃນໂອກາດດັ່ງກ່າວ, ບັນດາສະຫາຍສະມາຊິກພັກສົມບູນ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານຊຸດໃໝ່ ເຊີ່ງມີຜູ້ອອກສະໝັກ ຮັບເລືອກຕັ້ງ 9 ສະຫາຍ, ເລືອກເອົາ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ສະຫວັນ ລາດສະດີ ເປັນເລຂາຄະນະພັກຮາກຖານ ອທອ ອີກໜື່ງສະໄໝ, ເລືອກເອົາ ສະຫາຍ ວັດທະນາ ວົງເທວັນ ເປັນຮອງເລຂາຄະນະພັກຮາກຖານ, ເລືອກເອົາ ສະຫາຍ ໄຊສະຫງ່າ ບຸນນະຜົນ ເປັນປະທານກວດກາພັກ ແລະ ສະຫາຍ ບຸນຄໍ້າ ຄະລືສີ ເປັນຮອງປະທານກວດກາພັກ. ພ້ອມກັນນັ້ນ, ຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ 17 ສະຫາຍ ແລະ ຜູ້ແທນສໍາຮອງ 5 ສະຫາຍ ເພື່ອເຂົ້າຮ່ວມກອງ ປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ ເຊີ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ພ້ອມທັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍຕໍ່ວຽກງານຂອງຄະນະພັກຮາກຖານ ກໍ່ຄືການດຳເນີນທຸລະກິດ ຂອງບໍລິສັດ ອີທີແອລ ຈໍາກັດ. ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກຮາກຖານ, ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ທົ່ວຄະນະພັກຮາກຖານ ອທອ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນບໍລິສັດ, ຄະນະພັກ ຕ້ອງເປັນຜູ້ວາງນະໂຍບາຍ ແລະ ນໍາພາການຈັດຕັ້ງປະຕິບັດແຜນວຽກຕົວຈິງເພື່ອນໍາພາວຽກງານໃຫ້ມີຄວາມເຂັ້ມແຂງພ້ອມທັງມີຜົນສໍາເລັດອັນໃໝ່, ເພີ່ມທະວີຄວາມສາມັັກຄີເປັນປຶກແຜ່ນແໜ້ນໜາ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວໃຫ້ສູງຂຶ້ນ, ເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕອນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງ ຕສ ທີ່ຈະມາເຖິງນີ້ ໃຫ້ປະກົດຜົນເປັນຈິງ ຢ່າງສະຫງ່າງາມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ