ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ

27/03/2025

ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂຶ້ນຢ່າງສະຫງ່າງາມ ໃນວັນທີ 26 ມີນາ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ ຕຶກ F ຂອງສະຖາບັນດັ່ງກ່າວ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກຕສ, ສະຫາຍ ແກ້ວວິສຸກ ໂສລະພົມ ຄະນະປະຈຳພັກກະຊວງ, ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ ສຕສ, ມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ ແລະ ສະມາຊິກພັກ ຂອງໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ຄັ້ງນີ້, ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ເລຂາໜ່ວຍພັກຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການ ຜ່ານຮ່າງບົດລາຍງານການເມືອງ ການຈັດຕັ້ງປະຕິບັດວຽກງານ ໜ່ວຍພັກຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ 05 ປີທີ່ຜ່ານມາ (2021-2025), ວາງທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ ແລະ ຮັບຟັງການຜ່ານບົດສໍາຫຼວດການນໍາພາ-ຊີ້ນໍາລວມ ຂອງຄະນະໜ່ວຍພັກຮາກຖານ ໂດຍສະແດງອອກ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບຂອງ ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນສະຖາບັນຢ່າງເປັນຂະບວນຟົດຟື້ນ, ໄດ້ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະໃນການສ້າງ ແລະ ພັດທະນາບຸກຄະລາກອນດິຈິຕອນອອກຮັບໃຊ້ສັງຄົມ.

ໂອກາດດຽວກັນນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ຍິງ 01 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະໄດ້ເລືອກເອົາ ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ເປັນເລຂາໜ່ວຍພັກ, ສະຫາຍ ທ່ຽງທຳ ແກ້ວປະສິດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນ. ມະໄລທອງ ຜອງສົມບັດ ເປັນກຳມະການ ແລະ ເປັນປະທານກວດກາ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 10 ສະຫາຍ ແລະ ສໍາຮອງ 03 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈັດຂຶ້ນໃນມໍ່ໆນີ້.

ໃນຕອນທ້າຍຂອງພິທີ, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກບາງບັນຫາ ແລະ ວິທີແກ້ໄຂໃຫ້ແທດເໝາະກັບສະພາບຕົວຈິງ ເປັນຕົ້ນແມ່ນ ໜ່ວຍພັກ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ- ພະນັກງານ, ຄົ້ນຄວ້າຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ກຕສ, ເພີ່ມ​ທະວີ​ວຽກ​ງານປັບປຸງ​ ແລະ ກໍ່ສ້າງ​ພັກ ໃຫ້ມີ​ຄວາມ​ໜັກແໜ້ນ ແລະ ​ເຂັ້ມ​ແຂງ ທາງດ້ານ​ການ​ເມືອງ-​ແນວ​ຄິດ, ການຈັດຕັ້ງ ​ແລະ ​ແບບ​ແຜນ​​ນໍາພາ, ເອົາ​ໃຈ​ໃສ່​ນໍາພາ-ຊີ້ນຳ ວຽກງານບໍາລຸງ-ກໍ່ສ້າງ​ພະນັກງານ ໃຫ້​ມີລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ວິຊາສະເພາະດ້ານຕ່າງໆ, ​ມີຄຸນສົມບັດ​ສິນ​ທໍາ​ປະຕິວັດຢ່າງໜັກແໜ້ນ, ສາມາດ​ຮອງ​ຮັບ​ໜ້າ​ທີ່​ວຽກ​ງານ​ໃນ​​ໄລຍະ​ໃໝ່, ບັນຈຸສັບຊ້ອນພະນັກງານ ໃຫ້ຖືກຕ້ອງຕາມມາດຖານຕຳແໜ່ງງານທີ່ກຳນົດໄວ້. ສະຫາຍຍັງໄດ້ແດງຄວາມເປັນຫ່ວງເປັນໄຍ ທັງໃຫ້ຄວາມສໍາຄັນ ຕໍ່ວຽກງານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃນໄລຍະຕໍ່ໜ້າ, ໂດຍສະເພາະວຽກພັດທະນາກະກຽມຍົກລະດັບ ສຕສ ຂຶ້ນເປັນສະຖາບັນທຽບເທົ່າ ຫຼື ມະຫາວິທະຍາໄລ ເຊິ່ງຈຳເປັນຕ້ອງໄດ້ຮີບຮ້ອນດຳເນີນການຢ່າງເຂັ້ມແຂງ ຮອບດ້ານ. ໂຄສະນາເຜີຍແຜ່ ດຶງດູດນັກສຶກສາເຂົ້າມາຮຽນໃນສະຖາບັນໃຫ້ມີຈຳນວນເພີ່ມຂຶ້ນ, ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາຫຼັກສູດທີ່ມີແລ້ວ ແລະ ຫຼັກສູດໃໝ່ ໃຫ້ຮັບປະກັນຄວາມຄ່ອງຕົວ ແລະ ຄຸນນະພາບຂອງການສຶກສາ ໃຫ້ສາມາດສ້າງບຸກຄະລາກອນ ດ້ານໄອຊີທີ ອອກສູ່ສັງຄົມຕາມລະດັບຄາດໝາຍທີ່ວາງໄວ້.

ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ