ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຮາກຖານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ

31/03/2025

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຮາກຖານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ

ໜ່ວຍພັກຮາກຖານຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂຶ້ນໃນຕອນເຊົ້າຂອງວັນທີ 28 ມີນາ 2025, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ແກ້ວວິສຸກ ໂສລະພົມ ຄະນະປະຈໍາພັກກະຊວງ, ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານຫ້ອງການ, ຊຶ່ງມີເລຂາ ໜ່ວຍພັກ/ຄະນະພັກຮາກຖານ, 3 ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນທົ່ວອົງຄະນະພັກກະຊວງ ພ້ອມດ້ວຍຜູ້ແທນສົມບູນຂອງໜ່ວຍພັກຮາກຖານ ຫ້ອງການ ເຂົ້າຮ່ວມຈໍານວນທັງໝົດ 66 ສະຫາຍ, ຍິງ 26 ສະຫາຍ, ໃນນັ້ນ ຜູ້ແທນສົມບູນ 38 ສະຫາຍ, ຍິງ 19 ສະຫາຍ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ຫ້ອງການ ໄດ້ຂຶ້ນກ່າວເປີດກອງປະຊຸມໃຫຍ່ຢ່າງເປັນທາງການ. ພ້ອມນັ້ນ, ຄະນະໜ່ວຍພັກຮາກຖານ ໄດ້ຜ່ານ “ຮ່າງ” ບົດລາຍງານການເມືອງ ແລະ “ຮ່າງ” ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໃນໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງໜ່ວຍພັກຮາກຖານ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນພາຍໃນໜ່ວຍພັກ, ຈັດຕັ້ງນໍາພາວຽກງານຮອບດ້ານ ເປັນຕົ້ນແມ່ນ ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ ນໍາພາ-ຊີ້ນໍາ ວຽກງານອົງການຈັດຕັ້ງມະຫາຊົນພາຍໃນຫ້ອງການ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ຕໍ່ການດໍາເນີນວຽກງານຂອງຫ້ອງການ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງ.

ພ້ອມນີ້, ບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 07 ສະຫາຍ, ເລືອກເອົາ 05 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ພວງປະເສີດ ແກ້ວສຸວັນ ເປັນເລຂາໜ່ວຍພັກ, ສະຫາຍ ຫັດສະດີ ພະລີຂັນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນ. ຈັນອົບ ສີຫາລາດ ເປັນປະທານກວດກາ, ສະຫາຍ ປອ. ນ. ເພັດສະດາພອນ ຫອມພະຈັນ ເປັນຮອງປະທານກວດກາ ແລະ ສະຫາຍ ວຽງໄຊ ສຸລະຈິດ ເປັນກໍາມະການໜ່ວຍພັກ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເລືອກໄດ້ຜູ້ແທນສົມບູນ 14 ສະຫາຍ ແລະ ຜູ້ແທນສໍາຮອງ 04 ສະຫາຍ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ພ້ອມທັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ວຽກງານຂອງໜ່ວຍພັກ. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍສະມາຊິກພັກ-ພະນັກງານ ທົ່ວໜ່ວຍພັກຮາກຖານຫ້ອງການ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຮັດວຽກງານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວໃຫ້ສູງຂຶ້ນ, ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕອນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ທີ່ຈະມາເຖິງໃຫ້ປາກົດຜົນເປັນຈິງຢ່າງສະຫງ່າງາມ.

ຂ່າວ: ກອງເລຂາໜ່ວຍພັກຮາກຖານຫ້ອງການ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ