31/03/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 27 ມີນາ 2025, ທີ່າະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ບັນດິດ, ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກຕສ, ສະຫາຍ ແກ້ວວີສຸກ ໂສລະພົມ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ, ສະຫາຍ ສຸດໃຈ ລໍລອນສີ ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ ອົງການດັດສົມໂທລະຄົມມະນາຄົມ, ມີເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ແລະ ຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ທົ່ວອົງຄະນະກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງຂອງໜ່ວຍພັກຮາກຖານ ອົງການດັດສົມໂທລະຄົມມະນາຄົມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພອນສະຫວັດ ຄົງສະຫວັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ ໄດ້ຜ່ານບົດລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດໃນການນຳພາ-ຊີ້ນຳ ຂອງໜ່ວຍພັກອົງການດັດສົມໂທລະຄົມອັນພົ້ນເດັ່ນ ເປັນຕົ້ນເຊັ່ນ: ວຽກການສ້າງ ດຳລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ ໄລຍະປີ 2026 ຫາ 2040, ພ້ອມທັງ ສ້າງ ແລະ ປັບປຸງ ຂໍ້ຕົກລົງຂອງລັດຖະມົນຕີ ກຕສ ຈຳນວນ 14 ສະບັບ ແລະ ແຈ້ງການຈຳນວນໜື່ງ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ຈຳນວນ 321ຕື້ກວ່າກີບ ທຽບໃສ່ໄລຍະ 5 ປີຜ່ານມາເພີ້ມຂຶ້ນ 179%. ຜົນສຳເລັດດັ່ງກ່າວນີ້ ເຮັດໃຫ້ວຽກງານດັດສົມໂທລະຄົມມະນາຄົມ ກ້າວເຂົ້າສູ່ລະບຽບການ ແລະສາມາດສ້າງລາຍຮັບເພີ້ມຂື້ນເປັນກ້າວໆ. ພ້ອມນີ້, ກອງປະຊຸມໄດ້ຮັບຟັງການຜ່ານບົດດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຮາກຖານ ອົງການດັດສົມໂທລະຄົມມະນາຄົມ ຊຶ່ງສະເໜີໂດຍ ສະຫາຍ ສຸດໃຈ ລໍລອນສີ ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ ອົງການດັດສົມໂທລະຄົມມະນາຄົມ. ໂດຍໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຕະຫຼອດໄລຍະສະໄໝຜ່ານມາ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຮອບດ້ານ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການນຳພາ-ຊີ້ນຳ ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ ນໍາພາ-ຊີ້ນໍາ ວຽກງານອົງການຈັດຕັ້ງມະຫາຊົນ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ.
ໂອກາດດັ່ງກ່າວ, ຜູ້ແທນສົມບູນກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກຮາກຖານອົງການດັດສົມໂທລະຄົມມະນາຄົມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່. ຊື່ງມີຜູ້ອອກສະໝັກ 05ສະຫາຍ, ຍິງ 01 ສະຫາຍ, ເລືອກໄດ້ 03 ສະຫາຍ ຍິງ 01ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເລືອກເອົາ: ສະຫາຍ ສຸດໃຈ ລໍລອນສີ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ບົວຈັນ ວົງສາ ເປັນຮອງເລຂາໜ່ວຍພັກຮາກຖານ ແລະ ສະຫາຍ ນ. ຄຳໄຕ ກຸ່ມມະລາສີ ເປັນກໍາມະການ, ປະທານກວດກາພັກໜ່ວຍພັກຮາກຖານ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ, ຊຶ່ງເລືອກໄດ້ຜູ້ແທນສົມບູນ 06 ສະຫາຍ ແລະ ຜູ້ແທນສໍາຮອງ 02 ສະຫາຍ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍເລຂາຄະນະບໍລິຫານງານພັກກະ ຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານຜ່ານມາ ເຫັນວ່າບັນດາສະຫາຍໃນໜ່ວຍພັກຮາກຖານອົງການດັດສົມໂທລະຄົມມະນາຄົມ ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ. ຊື່ງກໍ່ໄດ້ສະແດງອອກເປັນຜົນສຳເລັດຫຼາຍດ້ານ ຄື: ການປະຕິບັດພາລະບົດບາດ ນຳພາວຽກງານຮອບດ້ານຂອງຄະນະໜ່ວຍພັກ, ການຄົ້ນຄວ້າຜັນຂະຫຍາຍນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆ ເຫັນໄດ້ຈາກໂຕເລກສະຖິຕິທີ່ສະແດງອອກໃນບົດລາຍງານການເມືອງ. ການນໍາພາສ້າງ ແລະ ປັບປຸງນິຕິກຳ ທີ່ໃຊ້ເປັນເຄື່ອງມືໃນການຄຸ້ມຄອງໄດ້ສຳເລັດຫຼາຍນິຕິກຳ. ສຳລັບ ທິດທາງລວມ ແລະ ບັນດາຄາດໝາຍສູ້ຊົນ ກໍ່ຄືບັນດາໜ້າວຽກທີ່ໜ່ວຍພັກຈະໄດ້ສືບຕໍ່ນໍາພາ-ຊີ້ນໍາໃນ 05 ປີຕໍ່ໜ້ານັ້ນ ເຫັນວ່າແມ່ນສອດ ຄ່ອງກັບໜ້າທີ່ການເມືອງ ທີ່ນອນໃນຂອບເຂດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍພັກ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ເປັນລະບົບ, ຕັດສິນໃຈສ້າງໃຫ້ມີການຫັນປ່ຽນໃໝ່ຂອງຄະນະໜ່ວຍພັກ, ສະມາຊິກພັກພາຍໃນອົງການດັດສົມໂທລະຄົມມະນາຄົມ ໃຫ້ມີການພັດທະນາໃນແຕ່ລະດ້ານວິຊາການ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ຂ່າວ: ອົງການດັດສົມໂທລະຄົມມະນາຄົມ.