31/03/2025

ໃນວັນທີ 12 ມີນາ 2025 ຜ່ານມານີ້, ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ຄະນະສະໜັບສະໜູນ ວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ່ V ປີ 2025 ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ່ V ປີ 2025 ຂອງຂະແໜງ ເຕັກໂນໂລຊີ ແລະ ການສືສານ ຂຶ້ນ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ມີບັນດາທ່ານວິທະຍາກອນ ຈາກພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍຄະນະອໍານວຍການ ບໍລິລິສັດໂທລະຄົມ ແລະ ຫົວໜ້າສາຂາປະຈໍາ 4 ແຂວງພາກເໜືອ, ບັນດາຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ປະທານກອງປະຊຸມ , ໃນນາມຄະນະຊີ້ນໍາລະດັບຊາດ ກ່ຽວກັບວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ. ຊຶ່ງວຽກງານດັ່ງກ່າວເປັນວຽກງານທີ່ມີຄວາມສໍາຄັນ ແລະ ຕ້ອງໄດ້ມີການນໍາໃຊ້ເຕັກນິກວິຊາການ, ກໍາມະວິທີທາງດ້ານວິທະຍາສາດ. ການສໍາຫຼວດດັ່ງກ່າວບໍ່ພຽງແຕ່ເປັນການຈົດນັບຕົວເລກ ຈໍານວນພົນຂອງຄົວເຮືອນເທົ່ານັ້ນ, ແຕ່ມັນຫາກ ເປັນການເກັບກໍາເອົາຂໍ້ມູນສະພາບແວດລ້ອມທາງເສດຖະກິດ - ສັງຄົມ ແລະ ຄຸນລັກຊະນະການແຈກຍາຍຂອງປະຊາກອນ, ເຊື້ອຊາດ, ສາສະໜາ, ເກນອາຍຸ, ເຜົາພັນ, ລະດັບການສືກສາ ແລະ ຂໍ້ມູນອື່ນໆທີ່ສໍາຄັນ ແລະ ຈໍາເປັນ ເພື່ອຈະນໍາມາໃຊ້ເຂົ້າໃນການວາງແຜນໃນການພັດທະນາໃນທຸກຂົງເຂດ.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານແຜນການໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສພາບລວມ ແລະ ແຜນການສໍາຫຼວດຂອງຄະນະນັກເດີນສໍາຫຼວດພາຍໃນທົ່ວປະເທດ ແລະ ແຜນສະເພາະ ທັງບັນຊີຄົວເຮືອນໃນແຂວງຫຼວງນໍ້າທາ ທີ່ຈະໄດ້ລົງສໍາຫຼວດໃນອານາຄົດ. ພ້ອມນັ້ນ, ຍັງມີການລາຍງານສະພາບ ການກະກຽມຄວາມພ້ອມຂັ້ນແຂວງ ເຊັ່ນ: ການແຕ່ງຕັ້ງຄະນະ, ການກະກຽມ ຈັດປະຊຸມລຸລ່ວງໃນແຕ່ລະຂັ້ນ ພ້ອມດ້ວຍການກະກຽມດ້ານບຸກຄະລະກອນ, ການຈັດຝຶກອົບຮົມຕ່າງໆ ແລະ ພ້ອມໃຫ້ການຮ່ວມມືກັບຄະນະນັກເດີນສໍາຫຼວດໃນພາກສະໜາມຕົວຈີງ. ເນື່ອງຈາກບັນສໍາຫຼວດຄັ້ງນີ້, ຈະມີການນໍາໃຊ້ເຄື່ອງມືທັນສະໄໝ. ການສະໜອງບໍລິການດ້ານເຄືອຂ່າຍດ້ານອີນເຕີເນັດ. ດັ່ງນັ້ນ, ຈຶ່ງໄດ້ມີການລາຍງານເຖີງສະພາບການພັດທະນາວຽກງານເຄືອຂ່າຍການເຊື່ອມຕໍ່ເຊື່ອມໂຍງຂອງບັນດາຫົວໜ່ວຍວິສາຫະກິດ ຜູ້ປະກອບການດ້ານໂທລະຄົມ/ອີນເຕີ, ບັນດາບ້ານທີ່ມີສັນຍານ ແລະ ບໍ່ມີສັນກວມເຖີງ ແລະ ບັນຫາອື່ນໆທີ່ຕິດພັນໃນວຽກງານໃນຂົງເຂດດັ່ງກ່າວ. ພ້ອມດຽວກັນ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນ ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ກ່ຽວກັບວຽກງານ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ໂດຍສະເພາະ ຂົງເຂດເຕັກນິກດ້ານ ເຕັກໂນໂລຊີ ແລະ ການສື່ສານ ພາຍໃນແຂວງຂອງຕົນ, ວິທີການປະສານງານ ແລະ ການຮ່ວມມື ແກ່ຄະນະເດີນສໍາຫຼວດ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ມີກົນໄກການປະສານງານໂລ່ງລ່ຽນ, ການແກ້ໄຂບັນຫາ ແລະ ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.
ໃນຕອນທ້າຍທ່ານປະທານຮຽກຮ້ອງໃຫ້ແຕ່ລະພາກສ່ວນ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ຕາມຄວາມຮັບຜິດ ຊອບຂອງຕົນ, ພ້ອມກັນ ລົງພື້ນທີ່ກວດກາສັນຍານ ແລະ ທົດລອງລະບົບ ເພື່ອຮັບປະກັນໃນການເກັບກໍາຕົວຈິງທັງໃນເຂດບ້ານທີ່ມີສັນຍານ ແລະ ບໍ່ມີສັນຍານ, ຄຽງຄູ່ກັນນັ້ນ, ຕ້ອງຮັບປະກັນໃນການຮ່ວມມື ແລະ ອໍານວຍຄວາມສະດວກແກ່ບັນດາກິດຈະກໍາກໍ່ຄືຄະນະນັກເດີນ ລົງເກັບກໍາຂໍ້ມູນພາກສະໜາມໃນບັ້ນສໍາຫຼວດໃຫ່ຍດັ່ງກ່າວ ໃຫ້ໄດ້ຮັບຜົນສໍາເລັດ ແລະ ໝາກຜົນ.
ພາບ ແລະ ຂ່າວ: ຄະນະສະໜັບສະໜູນ ວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ