ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ

01/04/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງໜ່ວຍ​ພັກຮາກຖານສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຕຶກ F, ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໃນວັນທີ 27 ມີນາ 2025 ທີ່ຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ, ສາດສະດາຈານ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກຕສ, ສະຫາຍ ແກ້ວວິສຸກ ໂສລະພົມ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ, ສະຫາຍ ໄຊສົງຄາມ ພານຸວົງ ຮັກສາການສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ມີບັນດາເລຂາຫນ່ວຍພັກຮາກຖານ ແລະ ຕາງຫນ້າ 03 ອົງການຈັດຕັ້ງມະຫາຊົນພາຍໃນ ກຕສ, ພ້ອມດ້ວຍສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ເຂົ້າຮ່ວມ ທັງໝົດ ຈໍານວນ 27 ສະຫາຍ,​ ຍິງ 10 ສະຫາຍ, ພ້ອມທັງມີແຂກຖືກເຊີນເຂົ້າຮ່ວມ 24 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ໄດ້ດໍາເນີນໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ມີລະບຽບວິໃນ ແລະ ໄດ້ສຸມສະຕິປັນຍາຂອງ ບັນດາສະຫາຍສະມາຊິກພັກ ເຮັດໃຫ້ກອງປະຊຸມ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດໝາຍ ທີ່ໄດ້ກໍານົດໄວ້, ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ໄດ້ພ້ອມກັນຄົ້ນຄວ້າຮ່າງບົດລາຍງານການເມືອງ, ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຫນ່ວຍພັກ. ໃນກອງປະຊຸມໄດ້ເຫັນດີເປັນເອກະພາບກັນຢ່າງສົມບູນ ຕໍ່ຮ່າງເອກະສານດັ່ງກ່າວ ແລະ ໄດ້ລົງມະຕິຮັບຮອງເອົາຢ່າງເປັນເອກະສັນ ຕໍ່ບັນດາເນື້ອໃນທີ່ສຳຄັນຕົ້ນຕໍດັ່ງນີ້: ບົດລາຍງານການເມືອງ ໄດ້ຍົກໃຫ້ເຫັນຜົນງານ ແລະ ຕີລາຄາສະພາບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ໄລຍະ 5 ປີ ແຕ່ປີ 2020 ຮອດປີ 2024 ດ້ວຍຈິດໃຈ ບຸກທະລຸ ໃນການປະຕິບັດໜ້າທີ່ການເມືອງ ຂອງຕົນແຕ່ລະດ້ານ, ການວິໄຈບັນຫາດ້ານດີ, ດ້ານອ່ອນ ແລະ ສາຍເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ພ້ອມກັນນັ້ນ ກໍ່ຍັງໄດ້ສະຫຼຸບຖອດຖອນບົດຮຽນ ການນຳພາ-ຊີ້ນຳ ຂອງຄະນະໜ່ວຍພັກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ກອງປະຊູມຍັງເປັນເອກະສັນຮັບເອົາທິດທາງ, ແຜນການ ແລະ ບັນດາຫນ້າວຽກຕົ້ນຕໍໄລຍະ ຫ້າປີຕໍ່ຫນ້າ ທີ່ຈະຕ້ອງສຸມໃສ່ປະຕິບັດໃຫ້ປະກົດຜົນເປັນຈິງ, ກອງປະຊຸມໃຫຍ່ເປັນເອກະພາບສູງ ຕໍ່ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ, ເຊີ່ງສະແດງໃຫ້ເຫັນ ຄວາມເປັນເຈົ້າການໃນການເສີມຂະຫຍາຍມູນເຊື້ອຂອງພັກ, ການຕໍານິຕິຊົມຕົນເອງ ແລະ ຕິຊົມເຊີ່ງກັນ ແລະ ກັນ, ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດບັນດາແນວທາງປ່ຽນແປງໃໝ່ຂອງພັກ ໃນຂົງເຂດວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ດ້ວຍທ່ວງທ່າທີ່ນໍາໜ້າ ແລະ ໝັ້ນຄົງ.

ພ້ອມດຽວກັນນີ້, ສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ທຸກສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 3 ສະຫາຍ ບົນພື້ນຖານຄວາມຖືກຕ້ອງ ຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ ມີຈໍານວນທັງໝົດ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍຄື: ສະຫາຍ ໄຊສົງຄາມ ພານຸວົງ ເປັນເລຂາໜ່ວຍພັກ, ສະຫາຍ ປະລິຕະ ແສງຈັນທຣ໌ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ທອງພະນົມ ວິຣະວຸດ ເປັນກຳມະການ ແລະ ປະທານກວດກາ, ນອກຈາກນີ້, ສະມາຊິກພັກສົມບູນ ຍັງໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ 10 ສະຫາຍ ແລະ ສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ.

ກອງປະຊຸມໃຫຍ່ ຖືເປັນກຽດຢ່າງສູງທີ່ໄດ້ຮັບຟັງຄໍາໂອ້ລົມອັນມີຄວາມໝາຍໜັກແໜ້ນ ແລະ ເລິກເຊິ່ງ ຈາກ ສະຫາຍ ບັນດິດ, ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ນໍາເອົາຄວາມຮັກແພງອັນອົບອຸ່ນ ມາສູ່ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການ ນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ ແລະ​ ບາງຂໍ້ຄົງຄ້າງ ທີ່ ຄະນະໜ່ວຍພັກຊຸດໃໝ່ ຈະຕ້ອງສູ້ຊົນປັບປຸງແກ້ໄຂ ໃຫ້ສໍາເລັດຕາມຄາດຫມາຍ.

ຂ່າວ: ສະຖາບັນຄົ້ນຄວ້າອັດສະລິຍະ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ