08/04/2025

ໂດຍອີງໃສ່ ແຜນພັດທະນາ 05 ປີ ຄັ້ງທີ II (2021- 2026) ແລະ ແຜນປະຈໍາປີ 2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂ້ໍມູນຂ່າວສານ. ໃນວັນທີ 08 ເມສາ 2025 ນີ້, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຜ່ານບົດໂຄງການຈົບຊັັ້ນນັກສຶກສາປະລິນຍາຕີຕໍ່ເນື່ອງ (ຮຸຸ່ນທີ 04) ສົກສຶກສາ 2024-2025, ໂດຍການເປັນປະທານ ຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ມີບັນດາທ່ານຮອງຫົວໜ້າສະຖາບັນ, ຄະນະກຳມະການປ້ອງກັນບົດໂຄງການ ແລະ ນັກສຶກສາ ເຂົ້າຮ່ວມ 36 ທ່ານ.
ການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາ ກ່ອນຈະສຳເລັດການສຶກສາແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເນື່ອງຈາກວ່າເປັນສິ່ງສະແດງຜົນງານຂອງນັກສຶກສາທີ່ສະສົມຄວາມຮູ້ຄວາມສາມາດ ແລະ ປະສົບການ ຂອງຕົນເອງທີ່ໄດ້ຈາກການສຶກສາໃນໄລຍະ 03 ປີຜ່ານມາ, ຊຶ່ງເປັນຜົນງານທາງດ້ານວິຊາການທີ່ເປັນໝາກຜົນໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາ ປະກອບມີ: ຜົນງານການສ້າງເວັັບໄຊທ໌ລະບົບຈັດການຂອງໂຮງແຮມ, ຮ້ານອາຫານ, ຮ້ານຄ້າອອນລາຍ, ການສ້າງວີດີໂອເອນິເມເຊິນ, ການສ້າງລະບົບອິນເຕີເນັດແຫ່ງຊັບພະສິ່ງ (IoT) ຊຶ່ງບັນດາຫົວຂໍ້ດັ່ງກ່າວລ້ວນແລ້ວແຕ່ເປັນຫົວຂໍ້ທີ່ໜ້າສົນໃຈ ແລະ ເປັນຜົນງານອັນປະຈັກຕາເພື່ອເປັນການຊຸກຍູ້, ສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດ ໃຫ້ແກ່ພະນັກງານລັດຖະກອນຄູພາຍໃນ ແລະ ເປັນການເຜີຍແຜ່ຜົນງານດັ່ງກ່າວ, ທັງຍັງເປັນໃບໜ້າຂອງສະຖາບັນ ທີ່ສາມາດນໍາເອົາຜົນງານຈາກການເຮັດບົດໂຄງການຈົບຊັ້ນ, ພ້ອມທັງນໍາເອົາບົດໂຄງການຈົບຊັ້ນດັ່ງກາວໄປວາງສະແດງເອກອ້າງໃນສັງຄົມ ເວົ້້າລວມ, ເວົ້າສະເພາະ ກໍຄືງານວາງສະແດງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນພິທີດັ່ງກ່າວ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກທ່ານເຮັດໜ້າທີ່ຂອງຕົນເອງດ້ວຍຄວາມຍຸຕິທຳໂປ່ງໃສ່ ບົນພື້ນຖານຫຼັກການລວມ ເພື່ອເຮັດໃຫ້ບົດໂຄງການຈົບຊັ້ນຂອງນັກສຶກສາໃນຮຸ່ນນີ້ ສົມບູນ ແລະ ສາມາດນຳໄປຕໍ່ຍອດວຽກງານວິຊາການໃຫ້ແກ່ຄູອາຈານ ແລະ ນັກສຶກສາຮຸ່ນຕໍ່ໆໄປ.
ພາບ ແລະຂ່າວ ໂດຍ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.