09/04/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ແຫ່ງ ຣາຊະອານາຈັກໄທ ໄດ້ເປີດຝຶກອົບຮົມການພັດທະນາດິຈິຕອນ ໂດຍການນຳໃຊ້ປັນຍາປະດິດ (AI) ຂຶ້ນໃນຕອນເຊົ້າຂອງວັນທີ 19 ມີນາ 2025 ຜ່ານມາ, ທີ່ໂຮງແຮມຄຣາວພລາຊາ (Crowne Plaza Hotel), ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ແລະ ກ່າວເປີດງານໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຜູ້ຊ່ວຍສາດສະດາຈານ ປອ. ເດ່ນພົງສ໌ ສຸດພັກດີ ຮອງອະທິການບໍດີຝ່າຍການສຶກສາ ແລະ ດິຈິຕອນ, ຊຶ່ງມີຄະນະສູນ, ຄະນະພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ ແລະ ຄະນະຄູອາຈານທີ່ມາຈາກມະຫາວິທະຍາໄລຂອນແກ່ນ ເຂົ້າຮ່ວມທັງໝົດ 60 ທ່ານ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນການນຳເອົາເຕັກໂນໂລຊີດິຈິຕອນ ເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄືການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານການບໍລິຫານລັດດິຈິຕອນ, ການຂັບເຄື່ອນທາງດ້ານເສດຖະກິດ ເຊິ່ງລ້ວນແລ້ວແຕ່ຕ້ອງການຄວາມຮູ້ທາງດ້ານເຕັກໂນໂລຊີໃໝ່. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 02 ວັນ ລະຫວ່າງວັນທີ 19-20 ມີນາ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ 02 ຫົວຂໍ້ໃຫຍ່ທີ່ສໍາຄັນ ເຊັ່ນ: ການພັດທະນາແອັບພລິເຄເຊິນໂດຍບໍ່ຈຳເປັນຕ້ອງຂຽນໂຄ້ດ (No-Code/Low-Code) ໃຫ້ແກ່ບຸກຄະລາກອນ ແລະ ນັກສຶກສາ (ເພື່ອເພີ່ມພູມຄວາມຮູ້ ແລະ ຄວາມສາມາດໃນການພັດທະນາແອັບພລິເຄເຊິນໂດຍໃຊ້ເຄື່ອງມືທີ່ບໍ່ຕ້ອງຂຽນໂຄດ ເຊັ່ນ: Google AppSheet, ເພື່ອໃຫ້ທຸກຄົນສາມາດພັດທະນາແອັບພລິເຄເຊິນໄດ້ງ່າຍຂຶ້ນ, ຊຶ່ງຈະເປັນເຄື່ອງມືທີ່ຊ່ວຍໃຫ້ພະນັກງານລັດຖະກອນສາມາດພັດທະນາແອັບພລິເຄເຊິນ ແລະ ຂະຫຍາຍຂີດຄວາມສາມາດຂອງລະບົບທີ່ມີຢູ່ ໂດຍບໍ່ຈຳເປັນຕ້ອງມີຄວາມຮູ້ໃນດ້ານການຂຽນໂປຣແກຣມສະເພາະ); ການປະຍຸກໃຊ້ເຕັກໂນໂລຊີ ປັນຍາປະດິດ (AI) ເຂົ້າໃນການບໍລິຫານວຽກງານຂອງພາກລັດ ໂດຍ ປັນຍາປະດິດ ເປັນເຕັກໂນໂລຊີທີ່ຈະປ່ຽນແປງວິທີການເຮັດວຽກຂອງພາກລັດ, ໃນດ້ານບໍລິການ, ການບໍລິຫານ ແລະ ຄຸ້ມຄອງຂໍ້ມູນຂ່າວສານ, ປັນຍາປະດິດສາມາດ ວິເຄາະ ແລະ ດຶງຂໍ້ມູນຈາກແຫຼ່ງຕ່າງໆມາຊ່ວຍໃນການຕັດສິນໃຈສໍາລັບພະນັກງານ-ລັດຖະກອນ.
ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ