ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

17/04/2025

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມື ດ້ານນະວັດຕະກໍາປັນຍາປະດິດ ລາວ-ຈີນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ China-ASEAN Information Habor ຈໍາກັດ ແລະ ບໍລິສັດ ALO Technology ໄດ້ຈັດຂຶ້ນໃນວັນທີ 03 ເມສາ 2025 ຜ່ານມາ, ທີ່ ສູນອິນເຕີເນັດແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ອົງການພາຍໃນກະຊວງ, ມີຜູ້ຕາງໜ້າຄະນະກໍາມະການຮ່ວມມືລາວ-ຈີນ ແລະ ພາກສ່ວນບໍລິສັດເຂົ້າຮ່ວມ.

ຈຸດປະສົງຂອງການລົງນາມຮ່ວມມືໃນຄັ້ງນີ້ ແມ່ນເພື່ອຮ່ວມມືການກໍ່ສ້າງ ແລະ ດໍາເນີນງານ ຂອງ ສູນການຮ່ວມມື ນະວັດຕະກໍາປັນຍາປະດິດລາວ-ຈີນ, ຊຶ່ງຈະຮ່ວມກັນສ້າງພື້ນຖານໂຄງລ່າງການປະມວນຜົນຂອງປັດຍາປະດິດ ແລະ ພື້ນຖານລະບົບຂໍ້ມູນພາສາລາວຂະໜາດໃຫຍ່, ສຸມໃສ່ສ້າງຕົວແບບປັນຍາປະດິດດ້ານອຸດສາຫະກໍາໃນຂົງເຂດການແພດ, ກະສິກໍາ, ການສຶກສາ, ການຄ້າ ແລະ ຂະແໜງການອື່ນໆ, ພ້ອມທັງສົມທົບກັນຜັນຂະຫຍາຍບັນດາໂຄງການຝຶກອົບຮົມກໍ່ສ້າງຜູ້ທີ່ມີຄວາມສາມາດໃນທ້ອງຖິ່ນ. ການລົງນາມໃນສັນຍາຮ່ວມມືຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືດ້ານປັນຍາປະດິດ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ທັງຍັງໄດ້ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ.

ຮ່ວມລົງນາມໃນຄັ້ງນີ້ ຕາງໜ້າຝ່າຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ, ທ່ານ ປອ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ຝ່າຍບໍລິສັດ ໂດຍ ທ່ານ Zhong neng ປະທານບໍລິສັດ China-ASEAN Information Harbor ຈໍາກັດ (CAIH) ແລະ ທ່ານ ອານຸສອນ ພົນອາມາດ ບໍລິສັດ ALO Technology, ໂດຍໃຫ້ກຽດເປັນສັກຂີພະຍານ ຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າຈາກກົມ, ສູນ ແລະ ສະຖາບັນ, ບໍລິສັດ ເຂົ້າຮ່ວມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ