ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະຫຼຸບວຽກງານກວດກາ ປະຈຳປີ 2024

05/05/2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະຫຼຸບວຽກງານກວດກາ ປະຈຳປີ 2024

ໃນວັນທີ 28 ເມສາ 2025 ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຂອງ ສູນອິນເຕີເນັດແຫ່ງຊາດ, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ປອ. ສັນຕິສຸກ ສົມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ໄຊຄໍາ ອຸ່ນມີໄຊ ຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ, ມີສະຫາຍກຳມະການບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກຮາກຖານ ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 83 ສະຫາຍ, ຍິງ 28 ສະຫາຍ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອສະຫຼຸບຕີລາຄາຄືນຜົນການເຄື່ອນໄຫວວຽກງານກວດກາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນປີ 2024 ທີ່ຕິດພັນກັບເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2024 ຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແລະ ການລາຍງານສະພາບການຕິດຕາມ, ກວດກາຂອງບັນດາກົມ/ທຽບເທົ່າ ແລະ ບັນດາບໍລິສັດ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນກອງປະຊຸມ, ສະຫາຍ ນາງ ສຸພາລັກ ສີລາເພັດ ຮອງປະທານຄະນະກວດກາພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ, ຮັກສາການຫົວໜ້າກົມກວດກາ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ຂອງຄະນະກວດກາພັກກະຊວງ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະແມ່ນ ວຽກງານຄົ້ນຄວ້າສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກຳ, ວຽກງານຕິດຕາມກວດກາພັກ,  ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງກໍ່ສ້າງພະນັກງານກວດກາ,  ວຽກງານກວດກາລັດ ແລະ ແກ້ໄຂຜົນການກວດກາ. ສະເພາະໃນປີ 2024 ຜ່ານມາ, ຄະນະກວດກາພັກກະຊວງ ໄດ້ຕິດຕາມ, ກວດກາ ຈຳນວນ 38 ເປົ້າໝາຍ: ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຈຳນວນ 08 ໂຄງການ, ໃນນັ້ນ ສໍາເລັດໄປຕາມແຜນຈໍານວນ 07 ໂຄງການ, ສໍາເລັດລົງຕິດຕາມ ຊຸກຍູ້ ການເກັບກູ້ໜີ້ສິນຄືນ ແລະ ການດໍາເນີນຄະດີຕໍ່ພະນັກງານ ຂອງ ບໍລິສັດ ໄປສະນີລາວ ຈຳກັດ, ເກັບກູ້ຜົນເສຍຫາຍຄືນຈາກຍອດຍົກມາຕົ້ນປີ 2024 ຈໍານວນເງິນ 58,452,006,041 ກີບ. ພ້ອມດຽວກັນນັ້ນ, ກໍໄດ້ສໍາເລັດຄົ້ນຄ້ວາກວດກາຄືນຕົວເລກໜີ້ສິນຂອງອາດິດພະນັກງານ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ສາຂາເຊກອງ ໃນເມື່ອກ່ອນ ຈຳນວນ 29 ເປົ້າໝາຍ, ຕັດສິນແລ້ວ 13 ເປົ້າໝາຍ, ເສຍຊີີວິດ 01 ເປົ້າໝາຍ, ໂຕນໜີ 01 ເປົ້າໝາຍ ແລະ ຍັງບໍ່ທັນຕັດສິນ ຈຳນວນ 14 ເປົ້າໝາຍ. ນອກນັ້ນ, ຍັງໄດ້ມອບເຄື່ອງຂອງກາງຄະດີ ໃຫ້ກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫຼວງ ຕາມຄຳພິພາກສາຂອງສານ ຈໍານວນ 02 ຄັ້ງ ເພື່ອນໍາໄປຂາຍມາໃຊ້ໜີ້ຄືນສະຖາບັນເງິນຝາກຂອງ ບໍລິສັດໄປສະນີ ແລະ ວຽກອື່ນໆ. ສໍາລັບແຜນວຽກຈຸດສຸມປີ 2025 ຄະນະກວດກາພັກກະຊວງ ແມ່ນຈະສືບຕໍ່ປະຕິບັດບັນດາໜ້າວຽກທີ່ຄົງຄ້າງ ແລະ ແຜນວຽກຈຸດສຸມທີ່ໄດ້ກໍານົດໄວ້ ໃນປີ 2025. 

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ 04 ເອກະສານສໍາຄັນທີ່ຕິດພັນກັບວຽກງານກວດກາ ໂດຍຄະນະກົມກວດກາ ແລະ ບົດໂອ້ລົມ ຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈຳປີ 2024 ຊຶ່ງໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ໄຊຄໍາ ອຸ່ນມີໄຊ. ໂອກາດດຽວກັນ, ສະຫາຍຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນໄລຍະຜ່ານມາ ຂອງຄະນະກວດກາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງ ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ເຮັດວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຕ້ອງກຳແໜ້ນຂອບເຂດສິດ, ພາລະບົດບາດ ແລະ ຕ້ອງມີການກໍານົດແບບແຜນວິທີເຮັດວຽກໃຫ້ເປັນລະບົບກົມກຽວ, ຍົກສູງບົດບາດຂອງບຸກຄະລາກອນ ຜູ້ເຮັດວຽກງານກວດກາ, ຕ້ອງມີສະຕິຕໍ່ການລະເມີດ ຮູ້ວິທີສະກັດກັ້ນ ແລະ ແກ້ໄຂບັນຫາແຕ່ຫົວທີ.

ໃນຕອນທ້າຍ, ສະຫາຍ ປອ. ສັນຕິສຸກ ສີມມາລາວົງ ກໍໄດ້ມີຄໍາເຫັນໂອ້ລົມພະນັກງານກວດກາ ແລະ ຜູ້ ເຮັດວຽກງານກວດກາ ທຸກສະຫາຍ ຈົ່ງເພີ່ມທະວີເຊີດຊູຄວາມຮັບຜິດຊອບທາງການເມືອງຂອງຕົນ ດັ່ງຄໍາຂວັນທີ່ວ່າ “ກວດກາທົ່ວເຖິງ, ເລິກເຊິ່ງ, ໂປ່ງໃສ, ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທໍາ”, ເອົາໃຈໃສ່ ສຶກສາອົບຮົມໃຫ້ ສະມາຊິກພັກ-ພະນັກງານ ຮັບຮູ້ເຂົ້າໃຈກ່ຽວກັບໄພອັນຕະລາຍຂອງການສໍ້ລາດບັງຫຼວງ ຕໍ່ບຸກຄົນ, ການຈັດຕັ້ງ ແລະ ຕໍ່ປະເທດຊາດ, ເພີ່ມທີວີຄວາມຮັບຜິດຊອບນໍາພາ-ຊີ້ນໍາ ວຽກຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງສະມາຊິກພັກ-ພະນັກງານ ແລະ ພົນລະເມືອງ, ເສີມຂະຫຍາຍຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງ, ຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງພະນັກງານ, ພ້ອມທັງ ເພີ່ມທະວີ ແບບແຜນການນໍາພາ ແລະ ວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ.

ຂ່າວສານ: ພຸດທະສັກ ບຸນສຸດທະວິ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ