ພິທີເປີດ ສູນຝຶກອົບຮົມດິຈິຕອນ ເກົາຫຼີ-ອາຊຽນ

05/05/2025

ພິທີເປີດ ສູນຝຶກອົບຮົມດິຈິຕອນ ເກົາຫຼີ-ອາຊຽນ

ໃນວັນທີ 29 ເມສາ 2025, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີເປີດສູນຝຶກອົບຮົມດິຈິຕອນ ເກົາຫຼີ-ອາຊຽນ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ອົງການສົ່ງເສີມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ. ເກົາຫຼີ, ອາຊຽນ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (IICT), ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ມີບັນດາຄະນະກົມ/ທຽບເທົ່າ ພາຍໃນກະຊວງ,​ ຄະນະພະແນກ ແລະ ຕາງໜ້າຝ່າຍ ສ. ເກົາຫຼີ ໂດຍ ທ່ານ ດົງກິວ ລີ (Donggyu LEE) ອຸປະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ຈອງຮີຢອນ ລີ (Jonghyun LEE) ຜູ້ຈັດການໂຄງການປະຈໍາອົງການ NIPA  ແລະ ບໍລິສັດຜູ້ຈັດການໂຄງການ KWISA ເຂົ້າຮ່ວມໃນງານດັ່ງກ່າວ.

ຈຸດປະສົງຂອງການເປີດສູນຝຶກອົບຮົມດິຈິຕອນ ສູນເກົາຫຼີ-ອາຊຽນ ແມ່ນເພື່ອຊຸກຍູ້ການຫັນເປັນດິຈິຕອນຂອງ ສປປ ລາວ ໂດຍການສະໜອງການຝຶກອົບຮົມດ້ານດິຈິຕອນ ແລະ ປັນຍາປະດິດ (AI) ໃຫ້ແກ່ຊາວໜຸ່ມ ເພື່ອສະໜັບສະໜູນການຊອກວຽກເຮັດງານທຳ, ແນ່ໃສ່ສ້າງລະບົບນິເວດດ້ານດິຈິຕອນແບບຍືນຍົງ.

ສູນຝຶກອົບຮົມດິຈິຕອນ ສູນເກົາຫຼີ-ອາຊຽນ ໄດ້ມີການສ້າງຫຼັກສູດ ເຊິ່ງປະກອບມີທັງໝົດ 23 ໂມດູນ ທີ່ຕິດພັນກັບເຕັກໂນໂລຊີດິຈິຕອນທັນສະໄໝ. ໃນນັ້ນໄດ້ແບ່ງອອກເປັນ 02 ຫຼັກສູດບູລິມະສິດຄື: ການພັດທະນາແອັບພລິເຄເຊິນແບບຄົບຊຸດ (Full Stack Development) ແລະ ປັນຍາປະດິດ (AI). ໃນໄລຍະການດໍາເນີນໂຄງການຄາດໝາຍຝຶກອົບຮົມໄດ້ ຈໍານວນ 200 ຄົນ, ສູນຝຶກອົບຮົມດິຈິຕອນ ສູນເກົາຫຼີ-ອາຊຽນ ຈະເປັນອີກໜຶ່ງສູນໃນການສ້າງຊັບພະຍາກອນມະນຸດທາງດ້ານດິຈິຕອນຂອງ ສປປ ລາວ.

ສູນຝຶກອົບຮົມນີ້ ຍັງເປັນການເສີມສ້າງການຮ່ວມມືລະຫວ່າງ ສ. ເກົາຫຼີ - ສປປ ລາວ ແລະ ສູນດັ່ງກ່າວຈະເປັນແບບຢ່າງການພັດທະນາບຸກຄະລາກອນດິຈິຕອນຕາມຫຼັກສູດຂອງ ສ. ເກົາຫຼີ ເຊິ່ງ ສປປ ລາວ ສາມາດນຳໄປຈັດຕັ້ງປະຕິບັດຕໍ່ໄດ້ໂດຍການປັບປຸງຫຼັກສູດຕ່າງໆ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນ ສປປ ລາວ.

ຂ່າວ: ສຕສ

ຮູບພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ