05/05/2025

ໜ່ວຍພັກກົມເຕັກໂນໂລຊີ ແລະ ນະວັດຕະກຳ, ໜ່ວຍສູນບໍລິຫານລັດດິຈິຕອນ ແລະ ໜ່ວຍພັກກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາປະຕິວັດລາວ ໃນຕອນບ່າຍຂອງວັນທີ 30 ເມສາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 02 ຂອງ ສູນອິນເຕີເນັດແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ແກ້ວວິສຸກ ໂສລະພົມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາ ບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ ຂອງທັງ 3 ໜ່ວຍພັກ ເຂົ້າຮ່ວມ ຈຳນວນ 50 ກວ່າສະຫາຍ.
ໃນພິທີດັ່ງກ່າວ, ສະຫາຍເລຂາ, ຮອງເລຂາໜ່ວຍພັກ ທັງ 3 ພາກສ່ວນ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ຈໍານວນ 04 ສະຫາຍ, ຍິງ 03 ສະຫາຍ; ໜ່ວຍພັກຮາກຖານ ສູນບໍລິຫານລັດດິຈິຕອນ ຈໍານວນ 02 ສະຫາຍ (ຍິງ) ແລະ ໜ່ວຍພັກຮາກຖານ ກົມເຕັກໂນໂລຊີດິຈິຕອນ ຈໍານວນ 01 ສະຫາຍ (ຍິງ). ນອກນັ້ນ, ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຂອງໜ່ວຍພັກຮາກຖານ ກົມເຕັກໂນໂລຊີດິຈິຕອນ ຈຳນວນ 03 ສະຫາຍ, ຍິງ 02 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ປະທານ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍສະມາຊິກພັກສົມບູນໃໝ່ທີ່ໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເລື່ອນຂຶ້ນເປັນສະມາຊິກສົມບູນພັກໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕໍານິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ຂ່າວ ແລະ ພາບ: ພຸດດາວອນ ພາສຸວັນ