06/05/2025

ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 05 ພຶດສະພາ 2025 ທີ່ຫ້ອງປະຊຸມ ຊັ້ນ4 ຕຶກລາວໂທລະຄົມ, ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນາງ ເກສອນ ສຸລະວົງ ຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ປະທານສະຫະພັນແມ່ຍິງກະຊວງ ຕສ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ; ສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຕສ; ມີ ຄະນະພັກ, ຄະນະໜ່ວຍພັກອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ພ້ອມດ້ວຍ ຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 300 ກວ່າສະຫາຍ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2021-2025) ແລະ ແຜນພັດທະນາແມ່ຍິງ (2026-2030) ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກ ແລະ ພະນັກງານເພດຍິງພາຍໃນກະຊວງ ຕສ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ປຸກລະດົມຊຸກຍູ້ເອື້ອຍນ້ອງແມ່ຍິງໃຫ້ເຂົ້າເບິ່ງຂໍ້ມູນຂ່າວສານຜ່ານສື່ອອນລາຍ ເພື່ອໃຫ້ເອື້ອຍນ້ອງແມ່ຍິງໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມເອກະພາບສູງຕໍ່ການປະຕິບັດລະບຽບກົດໝາຍ, ລັດຖະທຳມະນູນ, ແນວທາງນະໂຍບາຍຂອງພັກຂອງລັດ; ຊຸກຍູ້ ແລະ ສົ່ງເສີມເອື້ອຍນ້ອງແມ່ຍິງໄດ້ຍົກລະດັບທິດສະດີ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດເຮັດໃຫພະນັກງານເພດຍິງ ໄດ້ບັນຈຸສັບຊ້ອນໃນຕຳແໜ່ງງານນຳພາ-ຄຸ້ມຄອງໃນແຕ່ລະຂັ້ນລື່ນຄາດໝາຍ; ໄປຄຽງຄູ່ກັນນີ້ເອື້ອຍນ້ອງແມ່ຍິງຍັງໄດ້ຮັບນະໂຍບາຍຍ້ອງຍໍ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຈາກສູນກາງສະຫະພັນແມ່ຍິງລາວໃນທຸກໆປີ ແລະ ໄດ້ຮັບຮອງນາມມະຍົດທຸງໄຊ ແມ່ຍິງ 3 ດີ 2 ສະໄໝ; ສະຫະພັນແມ່ຍິງກະຊວງ ຕສ ມີສະມາຊິກທັງໝົດ 1,098 ຄົນ, ໃນນັ້ນເປັນຄະນະບໍລິຫານງານພັກກະຊວງ 01 ສະຫາຍ, ຮອງປະທານກວດກາພັກກະຊວງ 01 ສະຫາຍ; ສະຫະພັນແມ່ຍິງຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງ ກະຊວງ ມີທັງໝົດຈຳນວນ 19 ພາກສ່ວນ (ສະຫະພັນແມ່ຍິງຮາກຖານ 17 ຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ 02 ໜ່ວຍ); ຂະຫຍາຍສະຫະພັນແມ່ຍິງຮາກຖານ ໄປສູ່ຂົງເຂດວິສະຫະກິດ ໄດ້ 04 ຮາກຖານ, ປະກອບມີ 111 ຈຸ, ເປັນສະມາຊິກພັກທັງໝົດ 370 ສະຫາຍ.
ສໍາລັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງຢ່າງເປັນປົກກະຕິ, ເປີດບັ້ນແຂ່ງຂັນພ້ອມປະເມີນເປັນແຕ່ລະໄລຍະ, ຜ່ານການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແຕ່ປີ 2021 – 2025 ຈໍານວນຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 5,700 ຄົນ, ສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ໄດ້ ຈໍານວນ 5,649 ຄົນ ກວມ 99%, ປະເພດ II ຈຳນວນ 06 ຄົນ ກວມ 01%
ຫຼັງຈາກນັ້ນ ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຊຸດໃໝ່ ຈໍານວນ 21 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນ. ເກສອນ ສຸລິວົງ ເປັນປະທານ, ສະຫາຍ ນ. ຍອດ ໄຊທົງເດດ ເປັນຮອງປະທານ ທັງເປັນປະທານກວດກາ,ສະຫາຍ ນ. ພິສິດໄພ ກອກມີລາ ເປັນຮອງປະທານ, ສະຫາຍ ນ. ວິໄລວັນ ຍົດໄຊວິບູນ ເປັນຮອງປະທານ, ສະຫາຍ ນ. ກົງມະລີ ໂພໄຊ ເປັນຮອງປະທານ, ສະຫາຍ ນ. ດາວອນ ສາມາວົງ ເປັນຮອງປະທານກວດກາ, ສະຫາຍ ນ. ສີບຸນເຮັງ ມີໄຊຜົນ ເປັນຮອງປະທານກວດກາ, ແລະ ຈໍານວນຍິງ 14 ສະຫາຍເປັນກຳມະການ ພ້ອມນີ້ ເລືອກເອົາຜູ້ແທນສົມບຸນ 04 ສະຫາຍ ແລະ ສໍາຮອງ 01 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ແລະ ສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ເຊິ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງກະຊວງ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ກໍຄືເອື້ອຍນ້ອງແມ່ຍິງພາຍໃນກະຊວງ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າລະບຽບ, ກົດໝາຍ ຂອງສະຫະພັນແມ່ຍິງລາວ ທີ່ຕິດພັນກັບເອື້ອຍນ້ອງແມ່ຍິງໃຫ້ເລິກເຊິ່ງ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນເພື່ອໃຫ້ເຂົ້າເຖິງແນວຄິດຈິດໃຈຂອງເອື້ອຍນ້ອງແມ່ຍິງໃຫ້ຫຼາຍຂຶ້ນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດທຸກດ້ານ, ຕັ້ງໜ້າປັບປຸງການຈັດຕັັ້ງ ແລະ ບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ, ແບ່ງງານແບ່ງຄວາມຮັບຜິດຊອບກັນຢ່າງຄັກແນ່; ປັບປຸງວິທີເຮັດວຽກໃຫ້ແທດເໝາະກັບຕົວຈິງ ແລະ ຮາກຖານ; ສືບຕໍ່ປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບການຫັນເປັນດິຈິຕອນ ພາຍໃຕ້ຄໍາຂວັນ: “ແມ່ຍິງ 3 ດີ ແມ່ຍິງ ດິຈິຕອນ” ໃຫ້ເປັນຂະບວນຟົດຟື້ນ, ມີຜົນສໍາເລັດ; ພ້ອມກັນຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້; ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ກໍ່ຄື ແມ່ຍິງ 3 ດີ ແມ່ຍິງ ດີຈີຕອນ.
ຂ່າວ ສະຫະພັນແມ່ຍິງກະຊວງ ຕສ