ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain) ແລະ ຊັບສິນດິຈິຕອນ (Digital Asset)

12/05/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain) ແລະ ຊັບສິນດິຈິຕອນ (Digital Asset)

          ກົມເຕັກໂນໂລຊີ ດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ລາວເນເຊັນນໍ ດິຈິຕອນ ເທັກໂນໂລຢີ ກຣຸບ ຈຳກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain) ແລະ ຊັບສິນດິຈິຕອນ (Digital Asset) ແນໃສ່ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ, ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປີ  ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ພ້ອມທັງຈະເປັນການສ້າງແຫຼ່ງລາຍຮັບໃໝ່ທີ່ເປັນເງິນຕາໃຫ້ແກ່ລັດຖະບານ ແລະ ສ້າງບຸກຄະລາກອນໃຫ້ເປັນຊ່ຽວຊານດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແລະ ຊັບສິນດິຈິຕອນ ໃນຍຸກປັດຈຸບັນ.

          ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈທັງສອງຝ່າຍຈະໄດ້ພ້ອມກັນ ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain) ເພື່ອຮອງຮັບການຫັນເປັນດິຈິຕອນຂອງຂະແໜງການ ທີ່ມີທ່າແຮງເໝາະສົມໃນການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ; ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການຫັນເປັນດິຈິຕອນ ດ້ວຍການນໍາໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ຂອງ ສປປ ລາວ ເປັນຕົ້ນ ການພັດທະນາ ລະບົບຢັ້ງຢືນຕົວຕົນດິຈິຕ໋ອນ (Blockchain-Based Digital Identity) ແລະ ຊັບສິນດິຈິຕອນ (Digital Asset); ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງ ສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Research and Development Center) ເພື່ອຊຸກຍູ້ສົ່ງເສີມການຄົ້ນຄວ້າ ແລະ ການພັດທະນາ ທາງດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ພ້ອມທັງສົ່ງເສີມການສ້າງຄວາມເຂັ້ມແຂງ ແລະ ການພັດທະນາຊັບພະຍາກອນມະນຸດໃນຂົງເຂດເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ; ຮ່ວມກັນດຳເນີນການຄົ້ນຄວ້າສ້າງຮ່າງນິຕິກຳ, ແຜນຍຸດທະສາດ ແລະ ນະໂຍບາຍ ທີ່ກ່ຽວຂ້ອງກັບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແລະ ການຄຸ້ມຄອງຊັບສິນດິຈິຕອນ ແລະ ຮ່ວມມືໃນຂອບເຂດອື່ນໆອີກທີ່ມີຄວາມຈໍາເປັນ.

          ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ( ຫຼັກ 3) ໂດຍການລົງນາມຂອງທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າກົມເຕັກໂນໂລຊີ ດິຈິຕ໋ອນ ແລະ ທ່ານ ປອ ເມກສະຫວ່າງ ພົມມາລີ, ປະທານ ບໍລິສັດ ລາວເນເຊັນນໍ ດິຈິຕອນ ເທັກໂນໂລຢີ ກຣຸບ ຈຳກັດ ແລະ ລົງນາມເປັນພິຍານໂດຍທ່ານ ນາງ ໄພພອນ ບຸດທະວົງ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ທ່ານ ນາງ ວູໂປ ຜູ້ອຳນວຍການ ບໍລິສັດ ລາວເນເຊັນນໍ ດິຈິຕອນ ເທັກໂນໂລຢີ ກຣຸບ ຈຳກັດ, ໂດຍມີທ່ານ ຄຳໄຫຼ ສີປະເສີດ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ພາຍໃນກະຊວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

             ພາບ ແລະ ຂ່າວ: ກົມເຕັກໂນໂລຊີ ດິຈິຕ໋ອນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ