ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີດິຈິຕອນເພື່ອເກັບລາຍຮັບຂອງພາກລັດ ແລະ ລະບົບຄຸ້ມຄອງທຸລະກິດດີຈີຕອນ ຢູ່ ສປປ ລາວ

12/05/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີດິຈິຕອນເພື່ອເກັບລາຍຮັບຂອງພາກລັດ ແລະ ລະບົບຄຸ້ມຄອງທຸລະກິດດີຈີຕອນ ຢູ່ ສປປ ລາວ

ໃນຕອນແລງວັນທີ 9 ພຶດສະພາ 2025 ນີ້, ກົມເຕັກໂນໂລຊີ ດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ ສານ (ກຕສ) ຮ່ວມກັບ ບໍລິສັດ HINGOM VINA Corporation ລົງນາມເຊັນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມກັນສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີດິຈິຕອນເພື່ອເກັບລາຍຮັບ ແລະ ລະບົບຄຸ້ມຄອງທຸລະກິດດີຈີຕອນ ແນໃສ່ເພື່ອຍົກສູງປະສິດທິພາບການຈັດເກັບລາຍຮັບໃຫ້ແກ່ພາກລັດ ແລະ ພັດທະນາເຕັກໂນໂລຊີຂໍ້ມູນມະຫາສານ (Big Data) ຢູ່ ສປປ ລາວ. ແນໃສ່ເຮັດໃຫ້ພາກລັດສາມາດປະເມີນການຈັດເກັບລາຍຮັບເຂົ້າສູ່ລະບົບຂອງລັດໄດ້ຄອບຄຸມທັງໝົດໃນຂອບເຂດທົ່ວປະເທດ. ພ້ອມນັ້ນ, ຍັງຈະໄດ້ຮັບການຖ່າຍທອດຄວາມຮູ້ ແລະ ບັນດາເຕັກໂນໂລຊີໃຫ້ແກ່ຊ່ຽວຊານຂອງ ສປປ ລາວ ນຳອີກ.

ຊຶ່ງຂອບເຂດການຮ່ວມມືດັ່ງກ່າວ ທັງສອງຝ່າຍຈະໄດ້ຮ່ວມກັນ ສຶກສາຄວາມເປັນໄປໄດ້ໃນການພັດທະນາລະ ບົບເຕັກໂນໂລຊີເພື່ອເກັບລາຍຮັບ ແລະ ລະບົບຄຸ້ມຄອງທຸລະກິດແບບດິຈິຕອນ ເຂົ້າໃນການຈັດເກັບລາຍຮັບໃຫ້ແກ່ພາກລັດ ໂດຍການເຊື່ອມຕໍ່ກັບລະບົບສ່ວຍສາອາກອນທີ່ມີຢູ່ແລ້ວ ຂອງກະຊວງການເງິນ, ສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການພັດທະນາລະບົບປະມວນຜົນຂໍ້ມູນມະຫາສານ (Bigdata) ແລະ ລະບົບວິເຄາະຂໍ້ມູນດ້ວຍລະບົບເຕັກໂນໂລຊີປັນຍາປະດິດ (AI) ເພື່ອປະເມີນການຈັດເກັບພາສີທີ່ຖືກຕ້ອງ, ສຶກສາຄວາມເປັນໄປໄດ້ຂອງການຮ່ວມມືໃນຮູບແບບ BOT (Build Operate Transfer) ໂດຍທາງບໍລິສັດຈະຮັບຜິດຊອບລົງທຶນໃຫ້ກ່ອນ ທັງລະບົບຮາດແວ ແລະ ຊອບແວ ຊຶ່ງງົບປະມານທັງໝົດຝ່າຍບໍລິສັດຈະເປັນຜູ້ຮັບຜິດຊອບ.

ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ໂດຍ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ແລະ ທ່ານ ຫວຽນ ຮຸ່ງ ກຽບ (Nguyen Hoang Giap),  ຜູ້ອຳນວຍການບໍລິສັດ HINGOM VINA Corporation ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດາ ຫົວໜ້າ/ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

            ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ