ສະຫະພັນກໍາມະບານ ກຕສ ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ

13/05/2025

ສະຫະພັນກໍາມະບານ ກຕສ ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 13 ພຶດສະພາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນຄົບຮອບ 139 ປີ (01 ພຶດສະພາ 1886-01ພຶດສະພາ 2025) ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ແລະ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກຕສ, ມີປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ, ມີບັນດາຄະນະພັກກະຊວງ, ບັນດາສະຫາຍຄະນະສະຫະພັນກໍາມະບານ, ກຳມະບານຮາກຖານ ແລະ ສະມາຊິກກໍາມະບານ ຈາກບັນດາກົມ/ທຽບເທົ່າ ແລະ ບໍລິສັດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ  ໄດ້ໃຫ້ກຽດເລົ່າຄືນມູນເຊື້ອວັນກໍາມະກອນສາກົນ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດກໍາແໜ້ນມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ຕະຫຼອດໄລຍະ 139 ປີທີ່ຜ່ານມາ ກໍຄືຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ແລະ  ຍັງໄດ້ເປັນການປຸກລະດົມກໍາລັງໃຈ, ປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຄວາມເຊື່ອໝັ້ນຕໍ່ບົດບາດ, ກຳລັງແຮງຂອງຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ມີຕໍ່ປະເທດຊາດ.

ພາຍຫຼັງສໍາເລັດການພິທີປາຖະກະຖາ, ຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງກໍາມະບານຮາກຖານ ສູນອິນເຕີເນັດແຫ່ງຊາດ, ການແຕ່ງຕັ້ງບົ່ງໂຕຄະນະກໍາມະບານຮາກຖານສູນອິນເຕີເນັດ ແລະ ການປ່ຽນຊື່ຈາກ ກຳມະບານຮາກຖານບໍລິສັດ ໄປສະນີລາວ ຈໍາກັດ ມາເປັນສະຫະພັນກຳມະບານ ຂອງບໍລິສັດ ໄປສະນີລາວ ຈໍາກັດ. ພ້ອມນີ້, ກໍໄດ້ມີການມອບຫຼຽນກາກຳມະບານ ເຊິ່ງເປັນຫຼຽນກາສູງສຸດຂອງກຳມະບານ ແລະ ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ຈໍານວນ 2,324 ສະຫາຍ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໄລຍະ 1 ສະໄໝຜ່ານມາ ແຕ່ປີ 2021-2024 ຂອງບັນດາສະມາຊິກກໍາມະບານ ທີ່ຂຶ້ນກັບສະຫະພັນກຳມະບານ ກຕສ. 

ໃນຕອນທ້າຍຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອເປັນທິດເຍືອງທາງ ໃນການຮັກສາມູນເຊື້ອ ສ້າງຜົນງານໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນຕໍ່ໜ້າໃນໄດ້ຮັບຜົນຄືດັ່ງສະໄໝທີ່ຜ່ານມາ.

ຂ່າວ: ສະຫະພັນກຳມະບານ ກຕສ. 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ