15/05/2025

ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານວຽກງານສະຖິຕິເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ເກັບກໍາຂໍ້ມູນທີ່ ແຂວງ ຫຼວງພະບາງ ໃນວັນທີ 13 ພຶດສະພາ 2025 ຜ່ານມາ, ທີ່ ຫ້ອງປະຊຸມ ຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ, ໂດຍພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ອານິສອນ ກິ່ງສະດາ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ທ່ານ ວົງສະຫວັດ ໂສມມະລັດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ, ຊຶ່ງມີຄະນະພະແນກຈາກກົມ, ບັນດາກະຊວງທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຈໍານວນ 35 ກວ່າທ່ານ.
ຈຸດປະສົງຫຼັກຂອງການຝຶກອົບຮົມ ແມ່ນເພື່ອເຜີຍແຜ່ ການຄຸ້ມຄອງວຽກງານດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຈາກຂັ້ນສູນກາງລົງສູ່ທ້ອງຖິ່ນ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ກັບວີຊາການທີ່ຮັບຜິດຊອບຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອໃຫ້ການຄຸ້ມຄອງ ຕິດຕາມ ກວດກາວຽກງານດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ສາມາດດໍາເນີນໄປຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບວິໄສທັດ ການພັດທະນາເສດຖະກິດສັງຄົມຂອງຊາດ 5 ປີ ຄັ້ງທີ IX (2021-2025), ໂດຍຖືເອົາການພັດທະນາ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳກາຍເປັນກຳລັງຂັບເຄື່ອນດ້ານເສດຖະກິດ ສັງຄົມພັດທະນາໄປຕາມທິດທີ່ມີຄຸນນະພາບ, ມີຈຸດສຸມສີຂຽວ ແລະ ຍືນຍົງ.
ການຈັດຝຶກອົບຮົມຄັ້ງນີິ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ຊຶ່ງນັກສຳມະນາກອນໄດ້ຮຽນຮູ້ວິທີການເກັບກຳຂໍ້ມູນສະຖິຕິ ສ້າງເປັນລະບົບຖານຂໍ້ມູນແບບລວມສູນ ເພື່ອນຳໃຊ້ເຂົ້າໃນການວາງແຜນ, ພັດທະນາ ແລະ ວາງນະໂຍບາຍການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ແລະ ເປັນການຊຸກຍູ້ ສົ່ງເສີມ ການຫັນເປັນທັນສະໄໝ ໂດຍຜັນຂະຫຍາຍ 3 ເສົາຄໍ້າ ການຫັນເປັນດິຈິຕອນ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ ສັງຄົມຂອງຊາດໃຫ້ນັບມື້ນັບເຂັ້ມແຂງ, ຊຶ່ງກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາ 01 ວັນ.
ຂ່າວ: ກຕນ