ກອງປະຊຸມຄົ້ນຄວ້າການສ້າງຫຼັກສູດທາງດ້ານໄອຊີທີ ຮ່ວມກັບມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ (USTH), ສສ ຫວຽດນາມ

15/05/2025

ກອງປະຊຸມຄົ້ນຄວ້າການສ້າງຫຼັກສູດທາງດ້ານໄອຊີທີ ຮ່ວມກັບມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ (USTH), ສສ ຫວຽດນາມ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມຄົ້ນຄວ້າການສ້າງຫຼັກສູດທາງດ້ານໄອຊີທີ ຮ່ວມກັບມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນຍ (USTH), ສສ ຫວຽດນາມ ໃນລະຫວ່າງວັນທີ 13-16 ພຶດສະພາ 2025, ທີ່ ຮ່າໂນ້ຍ, ສສ ຫວຽດນາມ. ນໍາພາຄະນະໂດຍ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສຈ. ດິ່ງ ທິ ມ່າຍ ແທັງ (Prof. Dinh Thi Mai Thanh) ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ພ້ອມດ້ວຍຄະນະ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍບົດບັນທຶກລົງນາມຄວາມເຂົ້າໃຈ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ແລະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນຍ (USTH), ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2023 ແລະ ເປັນການສົ່ງເສີມທິດທາງການຫັນເປັນດິຈິຕອນຂອງ ສປປ ລາວ ຊຶ່ງນອນໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງບຸກຄະລາກອນທາງດ້ານດິຈິຕອນ ອອກຮັບໃຊ້ສັງຄົມ ແລະ ນອນໃນ ຂໍ້ແຂງຂັນ ຮັກຊາດ ໄລຍະ 2020-2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ.

ໃນກອງປະຊຸມ ໄດ້ມີການຄົ້ນຄວ້າລົງເລິກທາງດ້ານວິຊາການຢ່າງລະອຽດ ແລະ ເລີກເຊິ່ງ ໃນການກະກຽມຄວາມພ້ອມຮອບດ້ານເພື່ອສ້າງຫຼັກສູດຮ່ວມມືສາກົນ ທີ່ມີພື້ນຖານນໍາໃຊ້ພາສາລາວ, ອັງກິດ ແລະ ຝຣັ່ງ ທີ່ເປັນມາດຕະຖານສູງ ແລະ ຄຸນນະພາບລະດັບໂລກ ເພື່ອໃຫ້ມີຄວາມສອດຄ່ອງທາງດ້ານວິຊາການ, ໜ່ວຍກິດ,​ ລາຍວິຊາ ແລະ ລະບຽບການຂອງທັງ 02 ປະເທດ, ຄົ້ນຄວ້າຊອກຫາແຫຼ່ງທຶນສະໜັບສະໜູນການສຶກສາ ແລະ ຂັ້ນຕອນການດໍາເນີນການສິດສອນຂອງ 2 ປະເທດໃຫ້ມີປະສິດທິພາບປະສິດທິຜົນ. ທິດທາງໃນການສ້າງຫຼັກສູດຮ່ວມກັນ ແມ່ນຢຸ່ໃນຂະແໜງການ ໄອຊີທີ ທີ່ມີການສຶກສາຮ່ວມກັນໃນຄວາມຕ້ອງການຂອງຕະຫຼາດແຮງງານດ້ານດິຈິຕອນ ທີ່ສໍາຄັນ ເຊັ່ນ: ຄວາມປອດໄພທາງໄຊເບີ, ປັນຍາປະດິດ, ການພັດທະນາຊອບແວ, ການບໍລິຫານເຄືອຂ່າຍ ແລະ ລະບົບຖານຂໍ້ມູນຄຣາວ. ເປົ້າໝາຍ ແລະ ແຜນການຄາດຄະເນ ຈະໃຫ້ມີຄວາມພ້ອມເປີດຮັບນັກສຶກສາໃໝ່ ຊຸດທີ 1 ໃນສົກສຶກສາ 2026-2027 ພາຍໃຕ້ການສິດສອນຮ່ວມກັນ ແລະ ໄດ້ຮັບໃບປະກາດໃນນາມ 2 ພາກສ່ວນ.

ການຄົ້ນຄວ້າລົງເລິກດັ່ງກ່າວ ຈະເປັນການສ້າງຊື່ສຽງອັນດີງາມໃຫ້ແກ່ລະບົບການສຶກສາຂອງ ສສປ ລາວ ເວົ້າລວມ, ເວົ້າສະເພາະ ເປັນການສ້າງຫຼັກສູດ ໃນສາຂາທີ່ມີຄວາມສໍາຄັນຫຼາຍຕໍ່ການພັດທະນາຊັບພະຍາກອນມະນຸດໃນຂະແໜງການ ໄອຊີທີ ໃຫ້ມີຄວາມກຽມພ້ອມອອກຮັບໃຊ້ວຽກໃນການຫັນເປັນ ດິຈິຕອນ ແບບກຸ້ມຕົນເອງ, ຊຶ່ງນອນໃນແຜນການຍົກລະດັບສະຖາບັນ ໃຫ້ໄດ້ຄຸນນະພາບ ແລະ ຮັບປະກັນການມີວຽກເຮັດງານທໍາຂອງ ນັກສຶກສາທີ່ຈົບໃໝ່ ແລະ ການສ້າງໂອກາດໃຫ້ພະນັກງານທົ່ວຂະແໜງແຕ່ສູນກາງຮອດທ້ອງຖີ່ນ ມີທາງເລືອກໃນການຍົກລະດັບຄວາມຮູ້ຄວາມສາມາດເປັນໃບປະກາດທີ 2 ຂອງຕົນ ກໍຄືການພັດທະນາຕໍ່ຍອດຈາກສິ່ງທີ່ຮູ້ແລ້ວໃຫ້ຮູ້ດີຂຶ້ນກວ່າເກົ່າ ເພື່ອປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຕາມຂໍ້ແຂ່ງຂັນຮັກຊາດທີ່ລະບຸມີວຽກບູລິມະສິດໃນການພັດທະນາບຸກຄະລາກອນ ທີ່ຕິດພັນກັບການພັດທະນາທຸກຂະແໜງການຢ່າງເຂັ້ມແຂງ ແລະ ຍືນຍົງ.

ນອກນັ້ນ, ຍັງໄດ້ມີການປຶກສາຫາລື ແລະ ວາງແຜນການຮ່ວມມືທາງດ້ານວິຊາການອື່ນໆ ເຊັ່ນ​: ການສ້າງບຸກຄະລາກອນໂດຍການຝຶກອົບຮົມໄລຍະສັ້ນ, ການຊ່ວຍເຫຼືອໃນການສ້າງບົດຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ຜັນຂະຫຍາຍການຮ່ວມມືໃນດ້ານອື່ນໃນຕໍ່ໜ້າໃຫ້ມີຄວາມຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂ່າວ: ສຕສ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ