ສ້າງຄວາມເຂັ້ມແຂງວຽກງານ ເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ການບໍລິຫານເອກະສານແບບທັນສະໄໝ ໃຫ້ແກ່ ພຕສ 09 ແຂວງ

22/05/2025

ສ້າງຄວາມເຂັ້ມແຂງວຽກງານ ເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ການບໍລິຫານເອກະສານແບບທັນສະໄໝ ໃຫ້ແກ່ ພຕສ 09 ແຂວງ

ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2025, ທີ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກໍາ ແລະ ຝຶກອົບຮົມ ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ສ້າງຄວາມເຂັ້ມແຂງການບໍລິຫານເອກະສານແບບທັນສະໄໝ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ 09 ແຂວງ ຊຶ່ງຮ່ວມຈັດໂດຍ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ຮອງຫົວໜ້າຫ້ອງການ, ບັນດາຫົວໜ້າ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ວິຊາການ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ປະກອບມີ ແຂວງ ບໍ່ແກ້ວ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງ ວຽງຈັນ ພ້ອມດ້ວຍນັກວິທະຍາກອນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ 50 ກວ່າທ່ານ.

ໂອກາດກ່າວເປີດກອງປະຊຸມ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວບາງເນື້ອໃນວ່າ: ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງເຂົ້າໃຈໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ວຽກງານ ການສ້າງຄວາມເຂັ້ມແຂງການບໍລິຫານເອກະສານແບບທັນສະໄໝ ຢູ່ທ້ອງຖິ່ນ ພ້ອມທັງສ້າງຄວາມເຂັ້ມແຂງທາງດ້ານວິຊາການ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ດ້ານບໍລິຫານຫ້ອງການ ໃຫ້ກັບ 09 ແຂວງ ໃຫ້ສາມາດເຄື່ອນໄຫວໄດ້ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກຳນົດໄວ້. ທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຂອງຕົນ ຢ່າງເປັນຂະບວນຟົດຟື້ນ ແນໃສ່ເພື່ອກະກຽມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍຖືເອົາການພັດທະນາ ແລະ ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ  ປັນຍາປະດິດ ເປັນແຮງຂັບເຄື່ອນໃນການພັດທະນາ ຢ່າງມີຄຸນນະພາບ ເພື່ອກ້າວເຂົ້າສູ່ຍຸກດິຈິຕອນຢ່າງແຂງແຮງ ແລະ ຍືນຍົງ.

ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 02 ວັນ ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີກ່ຽວກັບ ພາລະບົດບາດ, ສິດ ແລະ ໜ້າທີ່ລວມ ຂອງ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ນິຕິກໍາ ກ່ຽວກັບ ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ວຽກງານຄຸ້ມຄອງເຕັກໂນໂລຊີ, ນະວັດຕະກໍາ, ເຕັກໂນໂລຊີລະດັບສູງ, ເຕັກໂນໂລຊີຂໍ້ມູນຂ່າວສານພາບຖ່າຍດາວທຽມ ເປັນຕົ້ນ. ນອກຈາກນັ້ນ, ຍັງຈະໄດ້ຮັບຟັງການນໍາສະເໜີກ່ຽວກັບ ການບໍລິຫານຈັດການເອກະສານ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລະບົບຫ້ອງການທັນສະໄໝ (e-office system), ການເກັບຮັກສາ ແລະ ແບ່ງປັນເອກະສານພາກລັດ ດ້ວຍລະບົບ ລິ້ງ (Link)-ຄິວອາໂຄດ (QR Code) ແລະ ການນໍາໃຊ້ລະບົບປັນຍາປະດິດ ເຂົ້າຊ່ວຍວຽກງານບໍລິຫານຈັດການເອກະສານ.

ຂ່າວໂດຍ: ບິນລີ້ ສີສຸລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ