28/05/2025

ກົມໄປສະນີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ສຕສ) ໄດ້ລົງເຄື່ອນໄຫວວຽກງານຈັດກອງປະຊຸມ-ສຳມະນາກ່ຽວກັບການຄຸ້ມຄອງ ແລະ ເຕັກນິກວິຊາການວຽກງານໄປສະນີ ໃຫ້ກັບພະແນກເຕັກໂນໂລຊີ ແລະ ການສື່ສານ 03 ແຂວງພາກເໜືອຄື: ແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ວຽງຈັນ, ໃນລະຫວ່າງວັນທີ 12-15 ພຶດສະພາ 2025 ຜ່ານມານີ້. ໂດຍມີ ທ່ານ ບຸນດາໄລ ເຄນນາວົງ ຮອງຫົວໜ້າກົມໄປສະນີ ພ້ອມດ້ວຍຄະນະ, ມີພະນັກງານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດຜູ້ປະກອບການໄປສະນີ ພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ກໍເພື່ອເຜີຍແຜ່ກ່ຽວກັບພັດທະນາຂະແໜງການໄປສະນີເປັນດິຈິຕອນ, ການເກັບກຳຂໍ້ມູນສະຖິຕິຂະແໜງການໄປສະນີ ແລະ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການໄປສະນີ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ໄລຍະຜ່ານມາ ແລະ ສະພາບການດຳເນີທຸລະກິດ ຂອງບັນດາບໍລິສັດທີ່ດຳເນີນກິດຈະການບໍລິການດ້ານໄປສະນີ ພາຍໃນແຂວງ, ພ້ອມທັງມີການຖອດຖອນບົດຮຽນ, ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ.