ສ້າງຂະບວນການອອກແຮງງານລວມ ອ້ອມແອ້ມຕຶກສໍານັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ

26/05/2025

ສ້າງຂະບວນການອອກແຮງງານລວມ ອ້ອມແອ້ມຕຶກສໍານັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ຄັ້ງທີ III ຂອງ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະມາເຖິງນີ້. ໃນທ້າຍອາທິດທີ່ຜ່ານມານີ້ ຊາວໜຸ່ມຫ້ອງການ, ສູນບໍລິຫານລັດດິຈິຕອນ, ກົມແຜນການ ແລະ ການເງິນ ແລະ ຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໄດ້ຮ່ວມກັນສ້າງຂະບວນການອະນາໄມປັດກວດຂີ້ເຫຍື້ອ, ຕັດຫຍ້າ ແລະ ຕົ້ນໄມ້ ອ້ອມແອ້ມບໍລິເວນຕຶກສໍານັກງານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ) ເພື່ອຄວາມສະອາດຈົບງາມ. ພ້ອມນັ້ນ, ກໍເພື່ອແນໃສ່ເຕົ້າໂຮມຄວາມສາມັກຄີລະຫວ່າງສະມາຊິກຊາວໜຸ່ມ ກໍຄື 3 ອົງການຈັດຕັ້ງມະຫາຊົນໃຫ້ມີຄວາມແໜ້ນແຟ້ນກັນຫຼາຍຍິ່ງຂຶ້ນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ