26/05/2025

ໃນລະຫວ່າງວັນທີ 22-23 ພຶດສະພາ 2025 ຜ່ານມາ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການອາວະກາດສາກົນ ອິນເຕີສະປຸດນິກ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ 53 ແລະ ຄະນະກຳມະການຈັດຕັ້ງປະຕິບັດງານ ຄັ້ງທີ 28 ຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ຂຶ້ນທີ່ ໂຮງແຮມພູແມນ ແຂວງ ຫຼວງພະບາງ, ໂດຍໄດ້ຮັບກຽດເຂົ້າຮ່ວມເປີດກອງປະຊຸມໂດຍ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ທ່ານ ນາງ Ksenia Drozdova ປະທານອົງການ ອິນເຕີສະປຸດນິກ ແລະ ທ່ານ ນາງ Ana Julia Marine López ຮອງລັດຖະມົນຕີ ກະຊວງ ການສື່ສານ ຂອງສາທາລະນະລັດກູບາ, ພ້ອມດ້ວຍບັນດາປະເທດສະມາຊິກ 13 ປະເທດເຂົ້າຮ່ວມ ຈຳນວນ 90 ທ່ານ.
ຄະນະກຳມະການບໍລິຫານ ແມ່ນອົງການປົກຄອງສູງສຸດ ຂອງອິນເຕີສະປຸດນິກ, ເຊິ່ງປະກອບດ້ວຍຕົວແທນ ຈາກບັນດາປະເທດສະມາຊິກ ຮ່ວມກັນຕັດສິນໃຈກ່ຽວກັບນະໂຍບາຍ ແລະ ເປົ້າໝາຍໄລຍະຍາວ ຂອງອົງການຄະນະກຳມະການປະຕິບັດງານ ແມ່ນພາກສ່ວນຮັບຜິດຊອບການພິຈາລະນາ ແລະ ການຕັດສິນໃຈກ່ຽວກັບບັນຫາທີ່ກ່ຽວຂ້ອງກັບກິດຈະກຳຂອງອົງການ, ລວມທັງດ້ານນະໂຍບາຍທາງດ້ານເຕັກນິກ ແລະ ການພັດທະນາລະບົບໂທລະຄົມມະນາຄົມດາວທຽມສາກົນ. ຄະນະກຳມະການປະຕິບັດງານປະກອບດ້ວຍອົງການບໍລິຫານໂທລະຄົມມະນາຄົມ ແລະ ໜ່ວຍງານທີ່ຖືກແຕ່ງຕັ້ງໂດຍປະເທດສະມາຊິກ.
ກອງປະຊຸມຄັ້ງນີ້ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ຖືກເລືອກຕັ້ງເປັນປະທານຄະນະກຳມະການບໍລິຫານຈົນເຖິງກອງປະຊຸມຄັ້ງຕໍ່ໄປ ແລະ ໄດ້ແທນທີ່ ທ່ານ ນາງ Ana Julia Marine López ຮອງລັດຖະມົນຕີ ກະຊວງ ການສື່ສານ ສາທາລະນະລັດກູບາ. ໃນກອງປະຊຸມຄັ້ງນີ້ ທ່ານ ນາງ Ksenia Drozdova ໄດ້ຖືກເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ຂອງ ອິນເຕີສະປຸດນິກ ອີກວາລະໃໝ່.
ທ່ານ ປອ. Cosmas Luckyson Zavazava ຫົວໜ້າຫ້ອງການພັດທະນາໂທລະຄົມມະນາຄົມ ຂອງ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ກໍໄດ້ໃຫ້ກຽດເຂົ້າຮ່ວມກ່າວຕ້ອນຮັບ ແລະ ຊົມເຊີຍການເປີດກອງປະຊຸມຄັ້ງນີ້ ຜ່ານທາງອອນລາຍ, ຊຶ່ງທ່ານໄດ້ເນັ້ນໜັກເຖິງການເສີມສ້າງການຮ່ວມມື ທີ່ໄດ້ຮັບປະສົບຜົນສຳເລັດຢ່າງໃຫຍ່ ລະຫວ່າງ ອົງການອິນເຕີສະປຸດນິກ ແລະ ITU ໄດ້ພະຍາຍາມຮ່ວມມືກັນ ເພື່ອສ້າງຄວາມອາດສາມາດທາງດ້ານອຸດສາຫະກຳການສື່ສານຜ່ານດາວທຽມ.
ໃນກອງປະຊຸມຮ່ວມຄັ້ງນີ້ ໄດ້ມີການຕັດສິນທີ່ສຳຄັນໃນການຮັບຮອງ ແຜນຍຸດທະສາດການພັດທະນາຂອງອົງການຈົນເຖິງປີ 2029 ແລະ ຜົນການປະຕິບັດງານຂອງອົງການອິນເຕີສະປຸດນິກ ຂອງປີ 2024. ນອກຈາກນັ້ນ, ຍັງໄດ້ຮັບຮອງແຜນການປະຕິບັດໃນປີຕໍ່ໄປ ຂອງໂຄງການສະໜັບສະໜູນ ຜູ້ຊ່ຽວຊານຊາວໜຸ່ມໃນບັນດາປະເທດສະມາຊິກຂອງອົງການ.
ທ່ານ Evgeny Buydinov ປະທານຄະນະກຳມະການປະຕິບັດງານ ແລະ ທັງເປັນຮອງຜູ້ອຳນວຍການໃຫຍ່ດ້ານການພັດທະນາ ແລະ ການປະຕິບັດງານລະບົບການສື່ສານຂອງບໍລິສັດການສື່ສານດາວທຽມຣັດເຊຍ ໄດ້ລາຍງານກ່ຽວກັບສະພາບ ແລະ ແນວໂນ້ມ ການພັດທະນາຂອງອຸສາຫະກຳການສື່ສານຜ່ານດາວທຽມໃນປັດຈຸບັນ ແລະ ຕໍ່ໜ້າ ໃຫ້ກັບທີ່ປະຊຸມໄດ້ຮັບຊາບ.
ເພື່ອໃຫ້ສອດຄ່ອງກັບຈຸດປະສົງຍຸດທະສາດຂອງອົງການ, ເພື່ອເສີມສ້າງ ແລະ ຂະຫຍາຍການຮ່ວມມືສາກົນໃຫ້ມີຄວາມຫຼາກຫຼາຍໃນຫຼາຍຂົງເຂດ, ຄະນະກຳມະການບໍລິຫານໄດ້ອະນຸມັດການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ ອົງການອິນເຕີສະປຸດນິກ ແລະ ອົງການຮ່ວມມືອາວະກາດເອເຊຍ-ປາຊີຟິກ (APSCO). ເອກະສານດັ່ງກ່າວໄດ້ຖືກລົງນາມພາຍຫຼັງກອງປະຊຸມຮ່ວມໄດ້ສິ້ນສຸດລົງ ໂດຍ ທ່ານ ນາງ Ksenia Drozdova ຜູ້ອຳນວຍການໃຫຍ່ ຂອງ ອົງການອິນເຕີສະປຸດນິກ ແລະ ທ່ານ ປອ. ນາງ Jiang Hui ເລຂາທິການໃຫຍ່ຂອງ APSCO.
ຄະນະກຳມະການປະຕິບັດງານໄດ້ພິຈາລະນາ ແລະ ອະນຸມັດການລາຍງານກ່ຽວກັບການປະຕິບັດແຜນການເງິນສຳລັບປີ 2024 ແລະ ລາຍງານຂອງຄະນະກຳມະການກວດສອບ ອົງການອິນເຕີສະປຸດນິກ ກ່ຽວກັບຜົນການກວດສອບກິດຈະກຳທາງການເງິນ ແລະ ເສດຖະກິດຂອງອົງການສຳລັບປີ 2024 ແລະ ອົງການອິນເຕີສະປຸດນິກ ຍັງໄດ້ພິຈາລະນາ ແລະ ອະນຸມັດການລາຍງານຂອງຜູ້ອຳນວຍການໃຫຍ່ກ່ຽວກັບກິດຈະກຳຂອງອົງການ. ກິດຈະກຳຂອງກອງປະຊຸມ ຍັງມີຜູ້ສັງເກດການຈາກ APSCO ແລະ ອົງການການສື່ສານດາວທຽມ ອາຟຣິກາພາກພື້ນ (RASCOM) ເຂົ້າຮ່ວມນຳດ້ວຍ.