ເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ ຢູ່ ແຂວງ ບໍ່ແກ້ວ

26/05/2025

ເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ ຢູ່ ແຂວງ ບໍ່ແກ້ວ

ໃນວັນທີ 21-22 ພຶດສະພາ 2025 ຜ່ານມາ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ ທີ່ ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນສະໄໝ ພິດທະຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ບໍ່ແກ້ວ, ມີພະນັກງານຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ພະນັກງານຈາກພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ, ພະນັກງານຈາກບໍລິສັດຜູ້ໃຫ້ບໍລິຫານງານດ້ານໂທລະຄົມ ແລະ ຄະນະຮັບຜິດຊອບຈາກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມ ທັງໝົດຫຼາຍກວ່າ 60 ທ່ານ. ພ້ອມນັ້ນ ຍັງໄດ້ລົງເຜີຍແຜ່ ແລະ ສໍາຫຼວດເກັບກໍາຂໍ້ມູນ ທີ່ໂຮງຮຽນ ມັດທະຍົມ ສົມບູນ ສັນຕິພາບ ແລະ ຫ້ວຍຊາຍ ຊຶ່ງມີພະນັກງານຄູອາຈານ ແລະ ນັກຮຽນຊັ້ນ ມໍ 7 ເຂົ້າຮ່ວມຫຼາຍກວ່າ 200 ຄົນ.

ຈຸດປະສົງ ແມ່ນເພື່ອຜັນຂະຫຍາຍແຜນພັດທະນາ 05 ປີ ຄັ້ງທີ II (2021 – 2026) ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ອີງໃສ່ແຜນການສູ້ຊົນໃນການປັບປຸງ ແລະ ຍົກລະດັບສະຖາບັນໃຫ້ສູງຂຶ້ນ ແລະ ເພື່ອເປັນການສົ່ງເສີມທິດທາງການຫັນເປັນດິຈິຕອນຂອງປະເທດລາວ ຊຶ່ງນອນໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງບຸກຄະລາກອນທາງດ້ານດິຈິຕອນ ອອກຮັບໃຊ້ສັງຄົມ ແລະ ນອນໃນ ຂໍ້ແຂງຂັນຮັກຊາດ ໄລຍະ 2020-2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ຄວາມເປັນມາ, ພາລະບົດບາດ, ຫຼັກສູດການຮຽນ-ການສອນ ໄລຍະສັ້ນ ຄື: ບັນດາຫຼັກສູດຝຶກອົບຮົມໄລຍະສັ້ນ ຂອງສະຖາບັນ, ໂຄງການຮ່ວມມືການພັດທະນາບຸກຄະລາກອນດ້ານໄອຊີທີ ຮ່ວມກັບ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈໍາກັດ, ສູນຝຶກອົບຮົມ ລາວ-ອິນເດຍ, ສູນຝຶກອົບຮົມ ອາຊຽນ-ເກົາຫຼີ ແລະ ອື່ນໆ. ໄລຍະຍາວ ລະດັບ ປະລິນຍາຕີ 8 ສາຂາຢູ່ ສະຖາບັນ, ຫຼັກສູດຮ່ວມມືສາກົນ ກັບ ເພື່ອນຮ່ວມຍຸດທະສາດ ປະເທດອ້ອມຂ້າງ ຄື: ມະຫາວິທະຍາໄລ ຢູນນານ ສປ ຈີນ 1 ສາຂາວິສະວະກໍາພັດທະນາຊອບແວ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ 3 ສາຂາວິທະຍາສາດຄອມພິມເຕີ, ຄວາມປອດໄພທາງໄຊເບີ, ໄອຊີທີ ແລະ ມະຫາວິທະຍາໄລ ຂອນແກ່ນ ປະເທດ ໄທ 1 ສາຂາ ວິສະວະການຄອມພິມເຕີ ແລະ ວຽກງານວິຊາການອື່ນໆ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ  ທີ່ຕິດພັນກັບໂອກາດໃນການຮັບທຶນການສຶກສາຈາກ ບໍລິສັດ ຫົວເຫວີຍ, ກອງທຶນ ຢາມາໂມໂຕະ ປະເທດ ຍິປຸ່ນ ແລະ ທຶນຮຽນໃນປີ 2 ແລະ 3 ທີ່ມະຫາວິທະຍາໄລ ຢຸນນານ.

ນອກນັ້ນ, ກໍຍັງໄດ້ມີການ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານບຸກຄະລາກອນ ທາງດ້ານ ໄອຊີທີ ໂດຍປະເມີນທັງຫຼັກສູດທີ່ມີຢູ່ປັດຈຸບັນ ແລະ ຫຼັກສູດໃໝ່ ທັງໝົດ 08 ສາຂາ ໃນລະດັບປະລິນຍາຕີ ຄື: ສາຂາ ວິສະວະກຳເຄືອຂ່າຍໂທລະຄົມມະນາຄົມ, ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສາຂາ ຄວາມປອດໄພໄຊເບີ, ສາຂາ ໄປສະນີ ແລະ ໂລຈິດສະຕິກ, ສາຂາ ການຄ້າອອນລາຍ, ສາຂາ ຖານຂໍ້ມູນ ແລະ ບໍລິຫານເຊີເວີ ແລະ ສາຂາ ປັນຍາປະດິດ (AI).

ໃນການລົງເກັບກຳຄວາມຕ້ອງການຂອງຕະຫຼາດແຮງງານ ໃນຄັ້ງນີ້ ແມ່ນເພື່ອປະເມີນຄວາມເປັນໄປໄດ້, ຄວາມຕ້ອງການແຮງງານໃນ 08 ສາຂາດ້ານເທິງນັ້ນ, ເພື່ອນຳຂໍ້ມູນທີ່ໄດ້ໄປຜັນຂະຫຍາຍ ໃນການປັບປຸງ ແລະ ສ້າງໃໝ່ ຫຼັກສູດ ໃນສາຂາ ທີ່ມີຄວາມສໍາຄັນຫຼາຍຕໍ່ການພັດທະນາຊັບພະຍາກອນມະນຸດໃນ ຂະແໜງການ ໄອຊີທີ ໃຫ້ມີຄວາມກຽມພ້ອມອອກຮັບໃຊ້ວຽກໃນການຫັນເປັນ ດິຈິຕອນ ແບບກຸ້ມຕົນເອງ, ຊຶ່ງນອນໃນແຜນການຍົກລະດັບສະຖາບັນ ໃຫ້ໄດ້ຄຸນນະພາບ ແລະ ຮັບປະກັນການມີວຽກເຮັດງານທໍາຂອງ ນັກສຶກສາທີ່ຈົບໃໝ່ ແລະ ການສ້າງໂອກາດໃຫ້ພະນັກງານທົ່ວຂະແໜງແຕ່ສູນກາງຮອດທ້ອງຖິ່ນ ພັດທະນາຕໍ່ຍອດຈາກສິງທີ່ຮູ້ແລ້ວໃຫ້ຮູ້ດີຂຶ້ນກວ່າເກົ່າ ເພື່ອປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຕາມຂໍ້ແຂ່ງຂັນຮັກຊາດທີ່ລະບຸມີວຽກບູລິມະສິດໃນການພັດທະນາບຸກຄະລາກອນ ທີ່ຕິດພັນກັບການພັດທະນາທຸກຂະແໜງການຢ່າງເຂັ້ມແຂງ ແລະ ຍືນຍົງ.

ພາບ ແລະ ຂ່າວ: ສຕສ

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ