ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III

26/05/2025

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2025, ທີ່ ຫ້ອງປະຊຸມໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ມອນໄຊ ລາວມົວຊົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາ-ປະທານກວດກາ ຄະນະບໍລິຫານງານພັກກະຊວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍປະທານສະຫະພັນແມ່ຍິງກະຊວງ, ສະຫາຍປະທານສະຫະພັນກຳມະບານກະຊວງ ແລະ ສະຫາຍເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ໂດຍມີ ສະຫາຍຄະນະປະຈໍາພັກກະຊວງ, ບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າຈາກໜ່ວຍພັກຮາກຖານ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ບັນດາສະຫາຍແຂກຈາກສູນກາງຊາວໜຸ່ມ ແລະ ຜູ້ແທນກອງປະຊຸມຈາກບັນດາຮາກຖານຊາວໜຸ່ມ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ພວມອອກແຮງຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ໂດຍສະເພາະແມ່ນ ການປະຕິບັດຄໍາແນະນໍາຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ຊາວໜຸ່ມແຕ່ລະຂັ້ນ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ຄັ້ງທີ VIII, ພ້ອມກັບຂະບວນການແຂ່ງຂັນສ້າງຜົນງານສະເຫຼີມສະຫຼອງ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955 - 2025) ແລະ 3 ວັນປະຫວັດສາດ ຂອງພັກ ຂອງຊາດ ຄື: ວັນຄົບຮອບສ້າງຕັ້ງພັກ ຄົບຮອບ 70 ປີ , ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ແລະ ພ້ອມນີ້ ກໍເພື່ອເປັນການກະກຽມ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໄຂຂື້ນໃນມໍ່ໆນີ້.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ຊຶ່ງໄດ້ສະແດງໃຫ້ເຫັນການຈັດຕັ້ງປະຕິບັດວຽກງານ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະ 05 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານພົ້ນເດັ່ນທີ່ຍາດມາໄດ້, ທັງໄດ້ຕີລາຄາຄືນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການ ພ້ອມຄາດໝາຍສູ້ຊົນໃນໄລຍະ 05 ປີ ຕໍ່ໜ້າ.

ໃນວາລະກອງປະຊຸມຄັ້ງນີ້ ຍັງມີພິທີມອບທຸງໄຊນຳໜ້າ 4 ບຸກ ເພື່ອຢັ້ງຢືນເຖິງຜົນງານອັນພົ້ນເດັ່ນຂອງຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນສະໄໝທີ່ຜ່ານມາ, ພ້ອມດຽວກັນນັ້ນ ກໍໄດ້ມີພິທີມອບຫຼຽນກາທີ່ລະນຶກ 65 ປີ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ, ພິທີມອບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ບຸກຄົນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຊີ້ນໍາວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ຈໍານວນ 23 ສະຫາຍ.

ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທີ່ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມ ຊຸດໃໝ່ ຈຳນວນ 21 ສະຫາຍ, ປະກອບມີຄະນະປະຈໍາ 07 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ພວງປະເສີດ ແກ້ວສຸວັນ ເປັນເລຂາ, ສະຫາຍ ໄຊສົມຫວັງ ສຸວັນນະວົງ ເປັນຮອງເລຂາ, ທັງເປັນປະທານກວດກາ, ສະຫາຍ ເພັດສະຫວັນ ເຄີນວິໄລ ເປັນຮອງເລຂາ, ສະຫາຍ ນາງ ວັນນະພາ ພົມມະທັນສີ ເປັນຮອງເລຂາ, ສະຫາຍ ສີອາລຸນ ທໍາມະວົງສາ ເປັນຮອງປະທານກວດກາ, ສະຫາຍ ພຸດທະສັກ ບຸນສຸດທະວີ ເປັນກໍາມະການກວດກາ. ພ້ອມນັ້ນ, ກໍໄດ້ເລືອກເອົາຜູ້ແທນສົມບູນ ຈໍານວນ 05 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 02 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມຈາກ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ມອນໄຊ ລາວມົວຊົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງສໍາຄັນ ໃຫ້ແກ່ຂະບວນການເຄື່ອນໄຫວຂອງຊາວໜຸ່ມຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນຕໍ່ໜ້າ ໃຫ້ມີຜົນສໍາເລັດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ