ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໂຄງການຮ່ວມມື ພັດທະນາ ແລະ ໃຫ້ບໍລິການ ລະບົບໂຄງລ່າງພື້ນຖານປັນຍາປະດິດ (Artificial Intelligence Infrastructure) ໂດຍນໍາໃຊ້ພະລັງງານສີຂຽວ

02/06/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໂຄງການຮ່ວມມື ພັດທະນາ ແລະ ໃຫ້ບໍລິການ ລະບົບໂຄງລ່າງພື້ນຖານປັນຍາປະດິດ (Artificial Intelligence Infrastructure) ໂດຍນໍາໃຊ້ພະລັງງານສີຂຽວ

ໃນຕອນແລງວັນທີ 30 ພຶດສະພາ 2025 ຜ່ານມານີ້, ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໂຄງການຮ່ວມມື ພັດທະນາ ແລະ ໃຫ້ບໍລິການ ລະບົບໂຄງລ່າງພື້ນຖານປັນຍາປະດິດ (Artificial Intelligence Infrastructure) ໂດຍນຳໃຊ້ພະລັງງານສີຂຽວ ລະຫວ່າງ ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າລົງນາມໂດຍ ທ່ານ ພູທອງ ສີສະຫວັດ, ຮັກສາການຫົວໜ້າສູນ ຮ່ວມ ກັບບໍລິສັດ ຊີລີຄອນ ເທັກ ພາກ (ລາວ) ຈໍາກັດຜູ້ດຽວ ຕາງໜ້າລົງນາມໂດຍ ທ່ານ ກະບິນ ສົມພົງໄຊຍາກຸນ, ຜູ້ອຳນວຍການ.

ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານ ໂດຍທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງ ບັນດາທ່ານ ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຈາກກະຊວງ, ຂະແໜງການອ້ອມຂ້າງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດລາວ ພ້ອມແຂກຮັບເຊີນ.

ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ແມ່ນ ເພື່ອຮ່ວມມື (1) ສ້າງສູນປັນຍາປະດິດ ເພື່ອເຮັດເປັນໂຄງການທົລອງ (Pilot Project) ພັດທະນາ ແລະ ໃຫ້ບໍລິການ ລະບົບໂຄງລ່າງພື້ນຖານປັນຍາປະດິດ (Artificial Intelligence Infrastructure) ໂດຍນໍາແຫຼ່ງພະລັງງານໄຟຟ້າສະອາດ ແລະ (2) ຮ່ວມກັນ ສຶກສາ, ສຳຫຼວດ ຄວາມເປັນໄປໄດ້ໃນການສ້າງເຂດເສດຖະກິດພິເສດດ້ານປັນຍາປະດິດ (AI Special Economic Zone) ບົນພື້ນທີ່ຫຼາຍກວ່າ 150 ເຮັກຕາ ໃນຂອບເຂດນະຄອນຫຼວງວຽງຈັນ ເພື່ອ ດຶງດູດການລົງທຶນ, ພັດທະນາດ້ານໂຄງລ່າງພື້ນຖານ ແລະ AI ທີ່ຈະນໍາໃຊ້ພະລັງງານໄຟຟ້າສະອາດ ແນໃສ່ຊຸກຍູ້ສົ່ງເສີມໃນການພັດທະນາດ້ານ AI ແລະ ສົ່ງເສີມການຫັນເປັນດິຈິຕອນ ຂອງລາວ ໃຫ້ມີຄວາມເຂັ້ມແຂງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ