ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ພັດທະນາໂຄງລ່າງພື້ນຖານດິຈິຕອນຂ້າມຊາຍແດນ ທີ່ໜ້າເຊື່ອຖື (Trusted Cross-Border Digital Infrastructure)
03/06/2025

ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ມະຫາວິທະຍາໄລການເງິນ ແລະ ເສດຖະກິດ ຢຸນນານ, ສປ ຈີນ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ພັດທະນາໂຄງລ່າງພື້ນຖານດິຈິຕອນຂ້າມຊາຍແດນ ທີ່ໜ້າເຊື່ອຖື ລາວ-ຈີນ (Trusted Cross-Border Digital Infrastructure) ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກຳລະຫວ່າງປະເທດ ແນໃສ່ຊຸກຍູ້ການຫັນເປັນດິຈິຕອນ ແລະ ສົ່ງເສີມການຮ່ວມມືທາງດ້ານວິຊາການ ລວມເຖິງການເສີມຂະຫຍາຍການຮ່ວມມືຂ້າມພົມແດນ ແລະ ນະວັດຕະກໍາໃນເສດຖະກິດດິຈິຕອນ.

ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈ ທັງສອງຝ່າຍຈະໄດ້ພ້ອມກັນສຳຫຼວດ ແລະ ພັດທະນາລະບົບໂຄງລ່າງພື້ນຖານດິຈິຕອນຂ້າມຊາຍແດນ ທີ່ໜ້າເຊື່ອຖື ລະຫວ່າງ ສປປ ລາວ ແລະ ສປ ຈີນ, ເພີ່ມທະວີການຮ່ວມມືດ້ານດິຈິຕອນຂ້າມຊາຍແດນ, ສ້າງໂອກາດການຮຽນຮູ້ ແລະ ສົ່ງເສີມການແລກປ່ຽນດ້ານເຕັກນິກວິຊາການ, ຮ່ວມກັນພັດທະນາ ຖານລະບົບການຄ້າທາງເອເລັກໂຕຣນິກ (E-Commerce Platform) ເພື່ອຮອງຮັບການຄ້າຂ້າມຊາຍແດນ ລະຫວ່າງ ສປປ ລາວ ກັບປະເທດອ້ອມຂ້າງ ແລະ ຮ່ວມກັນສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງເຂດພັດທະນາ ຖານລະບົບຂ້າມຊາຍແດນ (E-Commerce Cross-Border Platform Development Zone), ຄົ້ນຄວ້າ ແລະ ພັດທະນາ ຖານລະບົບແລກປ່ຽນຂໍ້ມູນທີ່ໜ້າເຊື່ອຖື (E-Government Trusted Data Space Platform) ເພື່ອເພີ່ມປະສິດທິພາບໃຫ້ແກ່ລະບົບບໍລິຫານລັດດິຈິຕອນ, ຄົ້ນຄວ້າເຕັກໂນໂລຊີທີ່ເກີດຂຶ້ນໃໝ່ (Emerging Technologies) ເປັນຕົ້ນ: ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຂໍ້ມູນມະຫາສານ (Bigdata) ແລະ ປັນຍາປະດິດ (AI) ເພື່ອສະໜັບສະໜູນການຄຸ້ມຄອງລະບົບ ການຄ້າ ແລະ ດິຈິຕອນ ຂ້າມຊາຍແດນ, ສ້າງຄວາມອາດສາມາດ ແລະ ແບ່ງປັນຄວາມຮູ້ ໂດຍການສະໜອງທຶນການສຶກສາໄລຍະຍາວ ແລະ ໄລຍະສັ້ນ ເພື່ອສະໜັບສະໜູນການພັດທະນາທາງດ້ານເຕັກນິກວິຊາການ ແລະ ວິຊາຊີບໃນຂົງເຂດຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ.

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2025, ທີ່ມະຫາວິທະຍາໄລການເງິນ ແລະ ເສດຖະກິດ ຢຸນນານ, ສປ ຈີນ ໂດຍການລົງນາມຂອງທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ແລະ ທ່ານ Yan Ming ຮອງອະທິການບໍດີ ມະຫາວິທະຍາໄລການເງິນ ແລະ ເສດຖະກິດ ຢຸນນານ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານ ໂດຍທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງບັນດາ ຫົວໜ້າ/ຮອງຫົວໜ້າກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາຫົວໜ້າ/ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແຂວງຢຸນນານ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
