ງານສຳມະນາເຕັກໂນໂລຊີຂອງ ສ.ເກົາຫຼີ (Korea Tech Station 2025)

04/06/2025

ງານສຳມະນາເຕັກໂນໂລຊີຂອງ ສ.ເກົາຫຼີ (Korea Tech Station 2025)

ໃນລະຫວ່າງວັນທີ 12 – 28 ພຶດສະພາ 2025, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ), ສປປ ລາວ ໄດ້ສົມທົບກັບ ອົງການພັດທະນາອຸດສາຫະກຳຂອງສະຫະປະຊາຊາດ (UNIDO) ໄດ້ຈັດກິດຈະກຳ (Korea Tech Station) ຢູ່ ສາທາລະນະລັດເກົາຫຼີ ຢ່າງມີຜົນສໍາເລັດ. ກິດຈະກຳດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການສະໜັບສະໜູນ ສ້າງສວນອຸທິຍານດິຈິຕ໋ອນ ຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ (The Project Support for the Fondations of Digital Park and IT Experts Training). ເຂົ້າຮ່ວມງານໃນຄັ້ງນີ້ນຳພາໂດຍ ກົມເຕັກໂນໂລຊີດິຈິຕ໋ອນ, ພ້ອມດ້ວຍຜູ້ຕາງໜ້າຈາກ 5 ບໍລິສັດ ໄອທີລາວ ທີ່ໄດ້ຮັບຄັດເລືອກຜ່ານໂຄງການຄື: ບໍລິສັດ XM Technology Sole Co., Ltd, ບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ເອເລັກໂຕຣນິກ ການຄ້າ ຈຳກັດ, ບໍລິສັດ FourB Co., Ltd.  ແລະ ບໍລິສັດ NTV Computer CCTV.

ບັນດາຜູ້ແທນໄດ້ເຂົ້າຮ່ວມໃນການສ້າງເຄືອຂ່າຍ ແລະ ແລກປ່ຽນອຸດສາຫະກໍາກັບບັນດາອົງກອນເຕັກໂນໂລຊີຊັ້ນນໍາຂອງເກົາຫຼີ ແລະ ສູນກາງສະຕາດອັບຕ່າງໆ ເຊັ່ນ: D.CAMP (Banks Foundation for Young Entrepreneurs), Seoul Fintech Lab, Busan Centers for Creative Economy & Innovation (BCCEIs), Global Startup Center, Jeju Startup Kit ແລະ Ulsan National Institute of Science and Technology (UNIST). ເຊີ່ງສະຖາບັນເຫຼົ່ານີ້ເປັນສູນລວມ ຂອງບໍລິສັດດ້ານເຕັກໂນໂລຊີ ແລະ ນະວັດຕະກໍາຫຼັກຂອງເກົາຫຼີ, ທີ່ສະຫນອງຄວາມຮູ້ອັນລໍ້າຄ່າໃຫ້ກັບຜູ້ເຂົ້າຮ່ວມຂອງລາວ. ງານສຳມະນາເຕັກໂນໂລຊີຂອງ ສ.ເກົາຫຼີ (Korea Tech Station 2025) ບໍ່ພຽງແຕ່ເປັນເວທີການແບ່ງປັນຄວາມຮູ້ເທົ່ານັ້ນ, ແຕ່ກິດຈະກຳດັ່ງກ່າວຍັງສ້າງຜົນໄດ້ຮັບທີ່ສະແດງເຫັນໄດ້ຊັດເຈນ.

ໃນໂອກາດດຽວກັນນີ້, ໃນງານດັ່ງ​ກ່າວ​ ຍັງໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມເຂົ້າໃຈ (MOU) ທີ່​ສຳຄັນ 3 ສະບັບ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ລະຫວ່າງ​ສອງ​ປະ​ເທດ ສປປ ລາວ - ສ.​ເກົາຫຼີ ຄື: (1)ໂຄງການພັດທະນາຄວາມຮູ້ດ້ານໄອຊີທີ: ບໍລິສັດ XM Technovator Sole Co., Ltd (ສປປ ລາວ) ແລະ ສະມາຄົມການສຶກສາ Meta ເກົາຫຼີ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສົ່ງເສີມຄວາມຮູ້ທາງດ້ານດິຈິຕ໋ອນຂອງໄວໜຸ່ມລາວ ໂດຍຜ່ານການສ້າງໂຄງການຫ້ອງຮຽນຫລັງເລີກຮຽນດ້ານ ICT ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍໂຄງການນີ້ຖືກຕັ້ງຂື້ນເພື່ອເສີມສ້າງທັກສະດ້ານດິຈິຕ໋ອນອັນສຳຄັນໃຫ້ແກ່ນັກຮຽນເພື່ອສະໜັບສະໜູນການຫັນເປັນດິຈິຕອນຂອງປະເທດ, (2) ການ​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານສື່​​ສັງ​ຄົມ​ອອນລາຍ: ບໍລິສັດ HAL E-Commerce Co., Ltd (ສປປ ລາວ) ຮ່ວມມືກັບ ບໍລິສັດ Kpopmap Inc. (ສ.ເກົາຫລີ) ເພື່ອນຳເອົາຜະລິດຕະພັນ, ສິນຄ້າ ແລະ ການບໍລິການທາງດ້ານສື່ສັງຄົມດິຈີຕອນຂອງເກົາຫຼີ ມາສູ່ຜູ້ບໍລິໂພກໃນ ສປປ ລາວ ແນໃສ່ກຸ່ມຄົນຮຸ່ນໜຸ່ມ ແລະ ສົ່ງເສີມການແລກປ່ຽນວັດທະນະທໍາຜ່ານເວທີດິຈິຕອນ ແລະ (3)ໂຄງການພັດທະນາກະສິກຳອັດສະລິຍະ: ບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ແລະ ບໍລິສັດ FMV Inc ລົງນາມໃນຂໍ້ຕົກລົງເພື່ອສຳຫຼວດພັດທະນາຟາມອັດສະລິຍະ (Smart Farm) ແລະ ໂຮງງານອຸດສາຫະກຳໃນ ສປປ ລາວ. ໂດຍມີ​ຈຸດປະສົງ​ເພື່ອ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກະສິກຳ​ທີ່​ກ້າວໜ້າ ​ເພື່ອ​ເພີ່ມ​ທະວີ​ການ​ຜະລິດ ​ແລະ ຄວາມ​ຍືນ​ຍົງ​ຂອງ​ກະສິກຳ​ລາວ.

:

ງານສຳມະນາເຕັກໂນໂລຊີ ສ.ເກົາຫລີ (Korea Tech Station 2025) ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງ ສປປ ລາວ ຕໍ່ກັບນະວັດຕະກໍາດ້ານດິຈິຕອນເທົ່ານັ້ນ ແຕ່ຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງວິສາຫະກິດລາວ ແລະ ສ.ເກົາຫຼີ ​ໂດຍ​ການ​ສ້າງ​ຂົວ​ຕໍ່​ການ​ຮ່ວມ​ມື, ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ ​ແລະ ​ການ​ລົງທຶນ.​ເຫດການ​ດັ່ງກ່າວ​ໄດ້​ເປັນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ເດີນ​ທາງ​ຂອງ​ ສປປ ລາວ​ ໄປ​ສູ່​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ. ງານສຳມະນາດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 16 ວັນ, ເພື່ອສົ່ງເສີມການຂະຫຍາຍທຸລະກິດ, ຍົກສູງຄວາມສາມາດໃນການແຂ່ງຂັນຂອງຕະຫຼາດ, ຊຸກຍູ້ການຮ່ວມມືສາກົນລະຫວ່າງວິສາຫະກິດລາວ ແລະ ສ.ເກົາຫຼີ ໃນຂະແໜງໄອທີ. ໂຄງການດັ່ງກ່າວ, ໄດ້ສະແດງຕາຕະລາງເຄື່ອນໄຫວແບບຊັດເຈນ ລວມທັງກອງປະຊຸມການຈັບຄູ່ທຸລະກິດ, ການໄປຢ້ຽມຢາມສະຖານທີ່, ການຈັດສັນຫ້ອງການຊົ່ວຄາວ ແລະ ການເຂົ້າຮ່ວມງານ AI Expo Korea 2025. ຊຶ່ງເປັນຫນຶ່ງໃນງານວາງສະແດງປັນຍາປະດິດທີ່ສໍາຄັນຂອງເກົາຫຼີ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ