04/06/2025

ໃນຕອນບ່າຍຂອງວັນທີ 29 ພິດສະພາ 2025 ທີ່ຜ່ານມາ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສປປ ລາວ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ, ສປ ຈີນ ເພື່ອປຶກສາຫາລື ແລກປ່ຽນຄວາມຄິດເຫັນ ໃນການຮ່ວມມືຄົ້ນຄວ້າພັດທະນາ ແລະ ນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ລະຫວ່າງ ສອງຝ່າຍ. ຄະນະຜູ້ແທນ ກຕສ ນໍາໂດຍ ທ່ານ ນາງ ສີຣິລັກ ໄຊຍະບຸນຊູ ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກຕສ ແລະ ຝ່າຍ ສປ ຈີນ ນໍາໂດຍ ທ່ານ Hu Qixiang ຫົວໜ້າສະຖາຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ.
ໃນກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພັດທະນາເຕັກໂນໂລຊີດິຈິຕອນໃນປະຈຸບັນ, ທ່າແຮງ, ແລະ ສິ່ງທ້າທາຍທີ່ກ່ຽວຂ້ອງ. ຝ່າຍລາວໄດ້ນໍາສະເໜີແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ແລະ ໂຄງການບູລິມະສິດທີ່ຕ້ອງການ ການສະໜັບສະໜູນ. ໃນຂະນະດຽວກັນ, ຝ່າຍຈີນໄດ້ແບ່ງປັນບົດຮຽນ ແລະ ປະສົບການອັນລໍ້າຄ່າຈາກການພັດທະນາເຕັກໂນໂລຊີດິຈິຕ໋ອນ ຢູ່ແຂວງຢຸນນານ, ລວມທັງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ພະລັງງານສະອາດ, ພະລັງງານທົດແທນ ແລະ ການຜະລິດພືດທີ່ເປັນຢາ. ທັງນີ້, ກໍເພື່ອສໍາຫຼວດທ່າແຮງການຮ່ວມມືໃນຫຼາຍຂົງເຂດ ເປັນຕົ້ນ: ການພັດທະນາຊັບພະຍາກອນມະນຸດ, ການຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນດ້ານເຕັກໂນໂລຊີດິຈິຕອນ, ການຮ່ວມມືດ້ານນະວັດຕະກຳ: ການສ້າງສູນບົ່ມເພາະເຕັກໂນໂລຊີ, ການແລກປ່ຽນຄວາມຮູ້ ແລະ ການພັດທະນາແອັບພລິເຄຊັນດິຈິຕອນທີ່ຕອບສະໜອງຄວາມຕ້ອງການ ຂອງບັນດາປະເທດ ທີ່ຢູ່ໃນຂົງເຂດພາກພື້ນແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອນໃນຂະແໜງການກະສິກໍາ ໂດຍສະເພາະການຜະລິດພືດທີ່ເປັນຢາ. ກອງປະຊຸມຄັ້ງນີ້, ໄດ້ຊີ້ໃຫ້ເຫັນເຖິງຄວາມເຂົ້າໃຈອັນດີ ແລະ ຄວາມຕັ້ງໃຈຮ່ວມກັນໃນການສ້າງສາຍພົວພັນການຮ່ວມມືທີ່ແໜ້ນແຟ້ນ. ທັງສອງຝ່າຍໄດ້ເຫັນດີສືບຕໍ່ປຶກສາຫາລືລາຍລະອຽດກ່ຽວກັບຮູບແບບການຮ່ວມມື ແລະ ໂຄງການຕົວຈິງໃນອະນາຄົດ, ເຊິ່ງຄາດວ່າຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ.