ກຕສ ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີສອງ ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ

05/06/2025

ກຕສ ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີສອງ ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ

ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປາຖະກະຖາວັນສໍາຄັນຂອງພັກຂອງຊາດ ກໍຄື ວັນຜ່າວົງປິດລ້ອມ ຂອງກອງພັນທີສອງ ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ​(18/05/1959-18/05/2025) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ( 24/05/1960-24/05/2025 ) ໃນວັນທີ 03 ພຶດສະພາ 2025​,  ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາຄະນະພັກ-ຄະນະນຳກະຊວງ, ກົມ/ທຽບເທົ່າ, ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 360 ກວ່າສະຫາຍ.

ຈຸດປະສົງເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນການສຶກສາອົບຮົມ ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ ແລະ ເປັນການໂຄສະນາປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປາກົດຜົນເປັນຈິງ.

ໃນພິທີດັ່ງກ່າວ ໄດ້ຮັບຊົມການສາຍຮູບເງົາຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ຂອງບັນດາສະຫາຍຜູ້ນໍາພັກໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຊົມ ໂດຍຫຍໍ້ ໄດ້ຍົກໃຫ້​ເຖິງ ​ສະພາບ​ ການ​ຖືກ​ປິດ​ລ້ອມ​ ຂອງ​ກອງ ພັນ​ທີ 2, ການ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ກອງພັນ​ທີ 2 ​ແຕ່ວັນ​ທີ 18/5-2/6/1959, ຄວາມໝາຍ ຄວາມ​ສຳຄັນ ​ແລະ ປັດ​​ໄຈ​ພື້ນຖານ ​ການຜ່າ​ວົງປິດ​ລ້ອມຂອງ​ກອງ​ພັນ​ທີ 2 ​ເຊິ່ງໃນຄໍ່າຄືນວັນທີ 18 ພຶດ ສະພາ 1959 ຄະນະບັນຊາກອງພັນທີ 2 ພາຍໃຕ້ການຊີ້ນໍາ ຂອງສູນກາງພັກ ໄດ້ໃຊ້ກົນອຸບາຍຫຼອກສັດຕູ ​ໂດຍໃຊ້ຄວາມມືດໃນ​ການຖອນທັບໄປທາງທິດ ຕາເວັນຕົກສ່ຽງໃຕ້ ມຸ້ງໜ້າຫາເຂດບ້ານໂຕນນາແຖງໜອງຕິ້ວ ແລ້ວເຂົ້າປ່າໄປຕາມເສັ້ນທາງຫາບ້ານມາຍ ຢ່າງປິດລັບ ​ເຊິ່ງເຊົ້າຂອງວັນທີ 19 ພຶດສະພາ ປີ 1959 ສັດຕູບຸກເຂົ້າ ປົດອາວຸດ ກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ ເພາະຢູ່ໃນຄ້າຍ ມີແຕ່ຄວາມມິດງຽບ ແລະ ວ່າງເປົ່າ, ພວກສັດຕູເຈັບແຄ້ນແໜ້ນໃຈ ແລະ ໄດ້ຮີບຮ້ອນ ໃຫ້ທຸກກໍາລັງໄລ່ຕາມ ຫວັງດັບສູນກອງພັນທີ 2 ແຕ່ບໍ່ສາມາດຕິດຕາມໄດ້ທັນ. ໃນການເຄື່ອນທັບ 10 ກວ່າວັນ ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ, ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ໄດ້ຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພ.

 ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງສາເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາໄປສູ່ຖານທີ່ໝັ້ນ ປະຕິວັດຢ່າງປອດໄພ ຍ້ອນການນຳພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງ ປະທານໄກສອນ ພົມວິຫານ ແລະ ສູນກາງພັກ, ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນຳເຮົາ ທີ່ມີຄວາມກ້າຫານ,  ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ,  ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍ.

ຕອນທ້າຍຂອງພິທີ ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ຊຶ່ງໄດ້ຍົກໃຫ້ເຫັນທາດແທ້ທີ່ເປັນມູນເຊື້ອອັນພິລະອາດຫານຂອງບັນພະບູລຸດ ພ້ອມທັງໃຫ້ທິດຊີ້ນໍາການນໍາເອົາແບບຢ່າງຄວາມເສຍສະຫຼະຂອງຜູ້ນໍາໃນເມື່ອກ່ອນ ເພື່ອຜັນຂະຫຍາຍສູ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໃຫ້ມີການພັດທະນາຢ່າງມີປະສິດທິພາບ ແລະ ປະສິດທີ່ຜົນ.

ໂອກາດດຽວກັນ, ໃນພິທີດັ່ງກ່າວ ຍັງໄດ້ປະກາດການແຕ່ງຕັ້ງບົ່ງໂຕ ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ປະກາດແຕ່ງຕັ້ງຂັ້ນ ຮັກສາການຮອງຫົວໜ້າຫ້ອງການ, ກົມ, ສູນ ແລະ ສະຖາບັນ ຈໍານວນໜຶ່ງ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.

 

ຂ່າວໂດຍ: ສິນທະນູ ພະຜົນໄຊ

ພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ