ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 03 ແຂວງ

05/06/2025

ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 03 ແຂວງ

ໃນວັນທີ 04 ມິຖຸນາ 2025, ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ, ຫ້ອງການກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຮ່ວມກັບ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງຫົວພັນ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) 03 ແຂວງ (ແຂວງຫົວພັນ, ແຂວງໄຊສົມບູນ ແລະ ຊຽງຂວາງ), ທີ່ແຂວງຫົວພັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ), ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ແລະ ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ແຂວງຫົວພັນ ມີບັນດານັກວິທະຍາກອນຈາກພາກສ່ວນກ່ຽວຂ້ອງ ພາຍໃນຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຫົວພັນ, ໄຊສົມບູນ ແລະ ຊຽງຂວາງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງ ຫົວພັນ ໄດ້ລາຍງານຈຸດພິເສດ ແລະ ທ່າແຮງຂອງແຂວງຫົວພັນໂດຍຫຍໍ້. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຕໍ່ການສ້າງຄວາມເຂົ້າໃຈກົນໄກການຕອບໂຕ້ສື່ສັງຄົມອອນລາຍ, ທັງເສີມສ້າງທັກສະ, ປູກຈິດສໍານຶກໃນວຽກງານຄວາມປອດໄພທາງໄຊເບີ ເປັນການສ້າງຄວາມອາດສາມາດໃນຂະແໜງການ ເຂົ້າໃຈເຖິງໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆ ເພື່ອນໍາເອົາຂໍ້ມູນໄປເຜີຍແຜ່ໃຫ້ສັງຄົມ ແລະ ຫຼຸດຜ່ອນຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນກັບຕົນ, ການຈັດຕັ້ງ ແລະ ສັງຄົມ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດຂັ້ນແຂວງ ກໍຄືວຽກງານຫັນເປັນດິຈິຕອນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໃນຊຸດຝຶກອົບຮົມຄັ້ງນີ້, ຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນຈາກບັນດາ ກົມ, ສູນ ກ່ຽວຂ້ອງພາຍໃນ ຄຄອຊ ໃນຫຼາຍຫົວຂໍ້ຄື: ພາລະບົດບາດຂອງ ຄຄອຊ ແລະ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ນໍາສະເໜີໂດຍ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກຕສ, ຫົວໜ້າຫ້ອງການກອງເລຂາ ຄຄອຊ, ອາດສະຍາກຳທາງລະບົບໂທລະຄົມ ນໍາສະເໜີໂດຍ ທ່ານ ພັທ. ເສີດ ທໍາມະວົງ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ວຽກງານຂ່າວສານ ແລະ ວຽກງານຖະແຫຼງຂ່າວ ສະເໜີໂດຍທ່ານ ນ ຄຳບິກ ສຸຂັນທາ, ຮອງຫົວໜ້າພະແນກ, ກົມປະຊາສໍາພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຕິຕໍ່ການບໍ່ຖືກຫຼອກລວງທາງອອນລາຍ ແລະ ກົນໄກການຕອບໂຕ້ສື່ສັງຄົມອອນລາຍ ນຳສະເໜີໂດຍ ທ່ານ ອາເລັກໄຊ ສີພອນ, ຮອງຫົວໜ້າພະແນກ, ກົມຄວາມປອດໄພທາງໄຊເບີ ກຕສ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ກັບວຽກງານຄຸ້ມຄອງອິນເຕີເນັດພາຍໃນແຂວງຂອງຕົນ ກໍຄື ພາຍໃນປະເທດ ແລະ ປະເທດອ້ອມຂ້າງ, ວິທີການປະສານງານລະຫວ່າງ ຄຄອຊ ແລະ ຄຄອຂ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເພື່ອໃຫ້ມີກົນໄກການປະສານງານທີ່ໂລ່ງລ່ຽນໃນການແກ້ໄຂບັນຫາ; ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.

ໃນໂອກາດດຽວກັນ ທ່ານ ແກ້ວວິສຸກ ໂສລະພົມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານຄ້ມຄອງອິນເຕີເນັດພາຍໃນ 3 ແຂວງ ກໍຄື ການພັດທະນາວຽກການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນຂອງສັງຄົມຕ່າງໆ. ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ ກໍ່ເຫັນໄດ້ແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ຖືກຕ້ອງ. ພ້ອມທັງ ເນັ້ນໜັກກ່ຽວກັບ ການຫັນເປັນດີຈີຕອນຂອງ ສປປ ລາວ ຊຶ່ງຖືເປັນອັນລວມທີ່ມີພື້ນຖານໂຄງລ່າງຈາກການພັດທະນາອິນເຕີເນັດ, ຊຶ່ງມັນໄດ້ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ຢູ່ ສປປ ລາວ ຢ່າງແຂງແຮງ.

ໃນຕອນທ້າຍກອງປະຊຸມ ທ່ານຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ, ໄດ້ຕາງໜ້າໃຫ້ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມອບງົບປະມານຈໍານວນໜຶ່ງ ໃຫ້ ຄຄອຂ 3 ແຂວງ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເພື່ອຮັບໃຊ້ເຂົ້າໃນວຽກງານຄຸ້ມຄອງອິນເຕີເນັດແຂວງຂອງຕົນ.

ພາບ ແລະ ຂ່າວ: ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ.

 

 

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ