ກອງປະຊຸມ ສຳມະນາກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ພະແນກການ ແລະ ຂະແໜງການຕ່າງໆ ພາຍໃນ ແຂວງຫົວພັນ.

05/06/2025

ກອງປະຊຸມ ສຳມະນາກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ພະແນກການ ແລະ ຂະແໜງການຕ່າງໆ ພາຍໃນ ແຂວງຫົວພັນ.

        ກອງປະຊຸມສຳມະນາຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານພະແນກການ ແລະ ຂະແໜງການຕ່າງໆ ພາຍໃນແຂວງຫົວພັນ, ຈັດໂດຍສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫົວພັນ ໃນລະຫວ່າງ ວັນທີ 04 – 06 ມິຖຸນາ 2025ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຫົວພັນ.  ໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ແກ້ວວິສຸກ ໂສລະພົນ, ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງຫົວພັນ ມີຜູ້ຕາງໜ້າຈາກຫ້ອງການ, ສູນ ແລະ ກອງເລຂາກອງທຶນ ຈາກ ກຕສ, ມີຫົວໜ້າພະແນກການ ແລະ ຂະແໜງການ ພາຍໃນແຂວງ ເຂົ້າຮ່ວມທັງໝົດ 150 ທ່ານ.

        ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້, ເພື່ອເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈໃນການຫັນເປັນດິຈິຕອນ, ພ້ອມທັງ ເປັນການແນະນຳ ສົ່ງເສີມການນຳໃຊ້ເຄື່ອງມືດິຈິຕອນ ເຂົ້າໃນການສ້າງ ແລະ ບໍລິຫານຈັດການຂໍ້ມູນດ້ານດິຈິຕອນ, ຄວາມປອດໄພໄຊເບີ, ແຜນພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ແລະ ກ້າວເຂົ້າສູ່ການພັດທະນາໃນຍຸກດິຈິຕອນຂອງສັງຄົມໃນປັດຈຸບັນ. ໃນນັ້ນ, ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ບັນດາພະນັກງານ ຢູ່ພະແນກການ ແລະ ຂະແໜງການຕ່າງໆພາຍໃນແຂວງ ນຳໄປປັບໃຊ້ເຂົ້າໃນວຽກງານການບໍລິຫານ, ການບໍລິການລັດດິຈິຕອນ ແລະ ເປັນການຜັນຂະຫຍາຍ ແຜນຍຸດທະສາດການຫັນເປັນດິຈິຕອນ, ການພັດທະນາຊັຍພະຍາກອນມະນຸດ ແລະ ບັນດານິຕິກຳຕ່າງໆ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ.

        ກອງປະຊຸມດັ່ງກ່າວ ແມ່ນເປັນການເສີມຂະຫຍາຍການຫັນເປັນດິຈິຕອນໃນຂັ້ນພື້ນຖານ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ໃຫ້ທົ່ວເຖີງໃນຂອບເຂດທົ່ວປະເທດ, ໂດຍສະເພາະ ການພັດທະນາການນຳໃຊ້ເຕັກໂນໂລຊີດິຈິຕອນ ຢູ່ຂັ້ນສູນກາງຈົຍຮອດທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ປະຊາຊົນ ມີຄວາມຮັບຮູ້ເຂົ້າໃຈ ສາມາດນຳໃຊ້ຢ່າງສະດວກ, ມີຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ສະນັ້ນ, ພວກເຮົາຈື່ງຕ້ອງໄດ້ຕັດສິນໃຈ ຫັນປ່ຽນບຸກທະລຸດ້ານຈິນຕະນາການ ແລະ ແບບແຜນວິທິນຳພາ ເຮັດວຽກທັນຕາມຍຸກສະໄໝ ແນ່ໃສ່ຊຸກຍູ້ໃຫ້ເສດຖະກິດມີທ່າອ່ຽງການພັດທະນາຢ່າງຕໍ່ເນື່ອງ. ໂດຍສະເພາະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ໃຫ້ຊ່ວຍໃນກຳລັງການຜະລິດ, ການບໍລິການ ເປັນການສ້າງພື້ນຖານໂຄງລ່າງຂອງເສດຖະກິດໃຫ້ໝັ້ນຄົງດ້ວຍຄວາມຮັບຜິດຊອຍສູງ.

        ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ກ່າວ ແລະ ເນັ້ນໜັກເຖີງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ ເຂົ້າໃນການຄຸ້ມຄອງລັດໃນແຕ່ລະຂັ້ນ ໃຫ້ສາມາດນຳໄປຕໍ່ຍອດ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ. ສ້າງເປັນແຜນການ ແລະ ແຜນງານລະອຽດ ເພື່ອກຽມຄວາມພ້ອມໃນການພັດທະນາໃນຍຸກດິຈິຕອນ, ເອົາໃຈໃສ່ຕັ້ງໜ້າ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງພະແນກການ, ຂະແໜງການຕ່າງໆ ພາຍໃນແຂວງ ຕໍ່ກັບວຽກງານດັ່ງກ່າວ ໃຫ້ເປັນລະບົບຕໍ່ເນື່ອງໃຫ້ທົ່ວເຖີງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ