ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມໃນເວທີປຶກສາຫາລືດິຈິຕອນທົ່ວໂລກຄັ້ງທໍາອິດ (Global Digital Forum) ທີ່ ເມືອງ Nizhny Novgorod, ສ. ຣັດເຊຍ

11/06/2025

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມໃນເວທີປຶກສາຫາລືດິຈິຕອນທົ່ວໂລກຄັ້ງທໍາອິດ (Global Digital Forum) ທີ່ ເມືອງ Nizhny Novgorod, ສ. ຣັດເຊຍ

ໃນລະຫວ່າງວັນທີ 05-06 ມິຖຸນາ 2025 ຜ່ານມາ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ນໍາພາໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີສົນທະນາປຶກສາຫາລືວຽກງານດິຈິຕອນ ຂອງທົ່ວໂລກຄັ້ງທໍາອິດ(Global Digital Forum) ທີ່ ຈັດຂຶ້ນໃນເມືອງ Nizhny Novgorod, ສ. ຣັດເຊຍ.

ກອງປະຊຸມດັ່ງກ່າວ ເປັນເວທີສຳລັບການປຶກສາຫາລືລະຫວ່າງຜູ້ຊ່ຽວຊານຈາກທົ່ວໂລກ ໃນຂົງເຂດການພັດທະນາເຕັກໂນໂລຊີດິຈິຕອນ, ການສ້າງເງື່ອນໄຂເອື້ອອຳນວຍຕໍ່ການເຈລະຈາທາງດ້ານທຸລະກິດ ແລະ ການລົງນາມຂໍ້ຕົກລົງການຮ່ວມມືກັນໃນດ້ານດິຈິຕອນ ໂດຍມີການເຂົ້າຮ່ວມຈາກຕົວແທນ ຂອງໜ່ວຍງານຂອງພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ນັກວິທະຍາສາດ ຈຳນວນ 114 ປະເທດ (ຄະນະນຳຂັ້ນກະຊວງ ມີ 25 ທ່ານ) ແລະ 170 ບໍລິສັດ ເຂົ້າຮ່ວມງານ IT-Expo.

ໃນໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນກ່າວມີຄໍາເຫັນ ຕໍ່ກອງປະຊຸມເວລາສົນທະນາ ພາຍໃຕ້ຫົວຂໍ້: ກອງປະຊຸມເວທີສົນທະນາ ກ່ຽວກັບວຽກງານຄວາມປອດໄພທາງຂໍ້ມູນສາກົນ​ໃນ​ສະພາບ​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ 2030 ແລະ ໄດ້ເຂົ້າຮ່ວມກອງປະຊຸມຫົວຂໍ້ສຳຄັນຕ່າງໆ ເຊັ່ນ: ກອງປະຊຸມລະດັບສູງ “ໂລກດິຈິຕອນໃໝ່: ຈາກການຜູກຂາດໄປສູ່ການເປັນຄູ່ຮ່ວມມືທີ່ສະເໝີພາບ; ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ສາ​ກົນ ແລະ ກອງປະຊຸມວົງແຄບ ພາຍໃຕ້ຫົວຂໍ້: ບາງບົດຮຽນທີ່ດີທີ່ສຸດ ແລະ ທ່າແຮງການສົ່ງອອກ ໃນວຽກງານນຳໃຊ້ເຕັກໂນໂລຊີດິຈິຕອນ. ເຫັນໄດ້ວ່າ ການພັດທະນາວຽກງານການ ຫັນເປັນດິຈິຕອນ ແລະ ວຽກງານຄວາມປອດໄພໄຊເບີ ຂອງໂລກ ແມ່ນມີການພັດທະນາຢ່າງວ່ອງໄວ ເຊິ່ງເປັນສິ່ງຈຳເປັນ ທີ່ທຸກໆປະເທດຕ້ອງໄດ້ເອົາໃຈໃສ່ ແລະ ພ້ອມກັນຈັດຕັ້ງປະຕິບັດ. ນອກຈາກນັ້ນ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມ ພົບປະສອງຝ່າຍ ກັບກະຊວງ ພັດທະນາດິຈິຕອນ, ການສື່ສານ ແລະ ສື່ມວນຊົນ ສ. ຣັດເຊຍ ເພື່ອທົບທວນການຮ່ວມມື ແລະ ກຳນົດທິດທາງການຮ່ວມມືໃນຕໍ່ໜ້າຮ່ວມກັນ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ